ຊາວໜຸ່ມຮາກຖານ ມໍປາຍ ປາກຊັນ ໄດ້ຮັບນາມມະຍົດຊາວໜຸ່ມ 4 ບຸກ

ໃນວັນທີ 8 ກໍລະກົດ 2020 ຢູ່ຫ້ອງປະຊຸມໂຮງຮຽນ ມໍປາຍ ປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດພິທີຮັບໃບຢັ້ງຢືນຊາວໜຸ່ມ 4 ບຸກ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ.

ໃນພິທີ ໄດ້ຮັບຟັງບົດສະຫຼຸບໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຮາກຖານ ປີ 2020 ແລະ ທິດທາງແຜນການປີ 2021 ເຫັນວ່າ ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ, ອໍານວຍການໂຮງຮຽນ, ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ, ຊາວໜຸ່ມຮາກຖານ ມໍປາຍ ປາກຊັນ ມີສະມາຊິກຊາວໜຸ່ມທັງໜົດ 615 ສະຫາຍ, ຍິງ 375 ສະຫາຍ, ປະກອບມີ 21 ໜ່ວຍ ສາມາດຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຜ່ານການປະເມີນເຊິ່ງສາມາດສະແດງອອກແຕ່ລະດ້ານດັ່ງນີ້: ດ້ານການເມືອງແນວຄິດສາມາດຕີລາຄາໄດ້ 85%, ດ້ານຝຶກຝົນຫຼໍ່ຫຼອມຮໍ່າຮຽນຕີລາຄາໄດ້ 90%, ດ້ານການຈັດຕັ້ງຕີລາຄາໄດ້ 90%, ດ້ານວິຊາຊີບສ້າງວຽກເຮັດງານທຳ ຕີລາຄາໄດ້ 85%.

ໂອກາດຽວກັນນີ້ ສະຫາຍ ວັນນະສິນ ສອນວິໄລ ກໍ່ໄດ້ເປັນກຽດມອບໃບຢັ້ງຢືນ 4 ບຸກ ໃຫ້ຊາວໜຸ່ມຮາກຖານ ມໍປາຍ ປາກຊັນ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ຈົ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ, ພ້ອມກັນປຸກລະດົມກໍາລັງແຮງຂອງຊາວໜຸ່ມ ເຂົ້າຮ່ວມຂະບວນການຢ່າງຟົດຟື້ນ-ຕໍ່ເນື່ອງ ໂດຍຕິດພັນກັບໜ້າທີ່ວິຊາສະເພາະ ເປັນເສນາທິການທີ່ຫ້າວຫັນ, ເຂັ້ມແຂງໃຫ້ແກ່ຄະນະພັກ, ເຮັດໃຫ້ການຈັດຕັ້ງຊາວໜຸ່ມເຂັ້ມແຂງ ແລະ ຮັກສາມູນເຊື້ອນາມມະຍົດໜ່ວຍຊາວໜຸ່ມ 4 ບຸກໄວ້ໃຫ້ໝັ້ນຄົງຕະຫລອດໄປ.

About admins14