ບັນຍາກາດການເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງຄຳເກີດ ເຕັມໄປດ້ວຍຄວາມມ່ວນຊື່ນ ເໝືອນປາງບຸນໃຫຍ່ຂອງຊາດ

ເລີ່ມແຕ່ເວລາ 6 ໂມງເຊົ້າຂອງວັນທີ່ 21 ກຸມພາ 2021 ນີ້ ປະຊາຊົນບັນດາເຜົ່າຜູ້ມີສິດປ່ອນບັດເລືອກຕັ້ງທົ່ວເມືອງຄຳເກີດ ພາກັນຫຼັ່ງໄຫຼອອກມາໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ຢ່າງມີບັນຍາກາດຄຶກຄື້ນ. ເພື່ອຄັດເລືອກເອົາຕົວແທນທີ່ຕົນຕາມມາດຖານ ແລະ ເງື່ອນໄຂຄົບຖ້ວນ ເຂົ້າໄປນັ່ງຢູ່ໃນສະພາເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ.

ເຊີ່ງທົ່ວເມືອງຄຳເກີດ ປະກອບມີ 62 ບ້ານ, ໜ່ວຍປ່ອນບັດເລືອກຕັ້ງທັງໝົດ 40 ໜ່ວຍ, ມີພົນລະເມືອງທັງໝົດ 75.014 ຄົນ, ຍິງ 35.721 ຄົນ,ໃນນັ້ນຈຳນວນຜູ້ມີສິດປ່ອນບັດເລືອກຕັ້ງຕາມສຳມະໂນຄົວ 44.788 ຄົນ, ຍິງ 22.370 ຄົນ, ໂດຍສະເພາະບັນຍາກາດຂອງການປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ, ໜ່ວຍປ່ອນບັດພາຍໃນເມືອງຄຳເກີດ ໂດຍການນຳພາການປ່ອນບັດໃນຄັ້ງນີ້ຂອງ ທ່ານ ວັນວິໄລ ແດນພູຫລວງ ຮອງເລຂາຄະນະພັກແຂວງ ,ທ່ານ ເພັດສະໃໝ ໄຊຍະທິຈັກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຄຳເກີດ, ມີບັນດາການນຳຫຼັກແຫຼ່ງ, ວິຊາການ ແຕ່ລະຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍ ພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງ ໃນນັ້ນຜູ້ສະໝັກ ສສຊ ປະກອບມີຜູ້ຮັບສະໝັກທັງໝົດ 10 ທ່ານ ເລືອກເອົາ 7 ທ່ານ ແລະ ສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ປະຈຳເຂດເລືອກຕັ້ງເມືອງຄຳເກີດ ມີຜູ້ຮັບສະໝັກທັງໝົດ 6 ທ່ານ, ເລືອກເອົາ 4 ທ່ານ.

About admin11