ການເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງວຽງທອງມີຜົນສໍາເລັດຢ່າງຈົບງາມ

 

ໃນເວລາ 7:00 ໂມງເຊົ້າຂອງວັນທີ 21 ກຸມພາ 2021 ນີ້ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ແລະ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງວຽງທອງ ໄດ້ເລີ່ມຂຶ້ນພ້ອມກັນທຸກໆໜ່ວຍເລືອກຕັ້ງພາຍໃນເມືອງ. ເປົ້າໝາຍຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 16,535 ຄົນ ຍິງ 8,111 ຄົນ, ມີ 25 ໜ່ວຍປ່ອນບັດ, ເປັນກຽດເຂົ້າຮ່ວມປ່ອນບັດຢູ່ໜ່ວຍໜຶ່ງຄຸ້ມບ້ານນໍ້າຢ້າງ ໂດຍ ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ຫົວໜ້າອະນຸກໍາມະການໂຄງປະກອບບຸກຄະລາກອນຂັ້ນແຂວງ, ທ່ານ ພັອ ຄໍາແພນ ວິລືທໍາ ເຈົ້າເມືອງວຽງທອງ, ປະທານຄະນະກໍາມະການເລືອກຕັ້ງຂັ້ນເມືອງ, ມີອະນຸກໍາມະການຮັບຜິດຊອບຫີບບັດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຜູ້ມີສິດເລືອກຕັ້ງເຂົ້າຮ່ວມ.

ການປ່ອນບັດຢູ່ໜ່ວຍ 1 ຄຸ້ມບ້ານນໍ້າຢ້າງ ໄດ້ດໍາເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມຕື່ນຕົວສູງໃນການມາໃຊ້ສິດຂອງຕົນປ່ອນບັດເລືອກເອົາຜູ້ແທນເປັນຕົວແທນປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນ, ເຂົ້າໃນອົງການອໍານາດລັດຂັ້ນສູນກາງ ແລະ ທ້ອງຖີ່ນ, ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າໃນການດໍາເນີນປ່ອນບັດຄັ້ງນີ້ເພື່ອຮັບປະກັນບັ້ນເລືອກຕັ້ງໃຫ້ໄດ້ຮັບຜົນສໍາເລັດອັນຈົບງາມຄະນະປະຈໍາພັກເມືອງວຽງທອງໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະທ່ານລົງຕິດຕາມແຕ່ລະໜ່ວຍປ່ອນບັດຢ່າງໃກ້ສິດ, ຢູ່ເມືອງວຽງທອງເຫັນວ່າພໍ່ແມ່ປະຊາຊົນບັນດາເຜົ່າໄດ້ມີຄວາມຕື່ນຕົວສູງພ້ອມພຽງຮຽງໜ້າກັນໄປໃຊ້ສິດຂອງຕົນປ່ອນບັດເລືອກເອົາ ສສຊ ແລະ ສສຂ ຊຸດນີ້ຢ່າງມີຜົນສໍາເລັດຢ່າງຈົບງາມ.

About admin11