ເປີດຝຶກອົບຮົມ ການກວດສອບ ເລຂາ – ຮອງເລຂາ ຮາກຖານພັກ ຊຸດທີ II ຢູ່ກອງພັນໃຫຍ່ 642.

ໃນວັນທີ 22 ກຸມພາ 2021 ນີ້, ຢູ່ທີ່ສະໂມສອນກອງພັນໃຫຍ່ 642 ໄດ້ຈັດພິທີເປີດຊຸດອົບຮົມ ກວດສອບ ເລຂາ – ຮອງເລຂາ ຄະນະພັກຮາກຖານ, ເລຂາ-ຮອງເລຂາ ໜ່ວຍພັກ ທົ່ວອົງຄະນະພັກ ກອງພັນໃຫຍ່ 642 ໂດຍເປັນປະທານຂອງສະຫາຍ ພັນໂທ ຈັນທອນ ຄໍາປັນຍາ ຄະນະປະຈໍາພັກ ທັງເປັນຫົວໜ້າພະແນກເສນາທິການ, ເຂົ້າຮ່ວມເປັນວິທະຍາກອນໂດຍ ສະຫາຍ ພັນໂທ ຈັນທາ ບຸນນະວົງ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ແລະ ມີສະຫາຍ ພັນໂທ ບຸນຍົງ ພົມມະວົງ ຫົວໜ້າພະແນກກໍ່ສ້າງຮາກຖານພັກ, ພ້ອມດ້ວຍບັນດາສະຫາຍ ເລຂາ – ຮອງເລຂາ ຄະນະພັກຮາກຖານ, ເລຂາ-ຮອງເລຂາ ໜ່ວຍພັກ ເຂົ້າຮ່ວມ.

ຊຸດອົບຮົມ ກວດສອບ ເລຂາ – ຮອງເລຂາ ຄະນະພັກຮາກຖານ, ເລຂາ-ຮອງເລຂາ ໜ່ວຍພັກ ທົ່ວອົງຄະນະພັກ ກອງພັນໃຫຍ່ 642  ຊຶ່ງຄັ້ງນີ້ແມ່ນຄັ້ງທີ 2 ເປົ້າໝາຍເພື່ອຝຶກອົບຮົມ ກວດສອບ ໃຫ້ເລຂາ-ຮອງເລຂາ ຄະນະພັກຮາກຖານ, ເລຂາ-ຮອງເລຂາ ໜ່ວຍພັກ, ມີຄວາມສໍາຄັນໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ແລະ ອົງຄະນະພັກກອງພັນໃຫຍ່ ເຂົ້າສູ່ວຽກງານຕົວຈິງຂອງບັນດາພະແນກການ, ຂະແໜງການ ແລະ ກົມກອງຂື້ນກັບ ເພື່ອກຽມພ້ອມຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ມີຄວາມສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່, ເພາະວ່າວຽກງານດັ່ງກ່າວນີ້ ແມ່ນວຽກງານຍຸດທະສາດ ສໍາຄັນອັນໜຶ່ງໃນການພັດທະນາພະນັກງານຂອງພັກຢ່າງມີຫຼັກການ, ມີວິທະຍາສາດ, ທັງເປັນພື້ນຖານການຈັດຕັ້ງປະຕິບັດບັນດາເນື້ອໃນຕ່າງໆໃຫ້ມີປະສິດທິຜົນຍິ່ງໆຂື້ນ.

ໃນໂອກາດນີ້ສະຫາຍ ພັນໂທ ຈັນທອນ ຄໍາປັນຍາ ຍັງໄດ້ຮຽກຮ້ອງໃຫ້ສຳມະນາກອນທີ່ຝຶກອົບຮົມໃນຄັ້ງນີ້ ແຕ່ລະສະຫາຍຈົງພ້ອມກັນເອົາໃຈໃສ່ປຶກສາຫາລືແລກປ່ຽນບົດຮຽນນໍາວິທະຍາກອນຢ່າງຫ້າວຫັນ, ຍົກເອົາບັນຫາຕົວຈິງຢູ່ແຕ່ລະໜ່ວຍພັກ ນໍາມາສົນທະນາແລກປ່ຽນນໍາຄູອາຈານ, ບັນຫາໃດທີ່ບໍ່ຈະແຈ້ງໃຫ້ຈິງໃຈຖາມເພຶ່ອເປັນບົດຮຽນໃນການຈັດຕັ້ງປະຕິບັດ, ຄົ້ນຄ້ວາ ແລະ ພິຈາລະນາໃຫ້ເຂົ້າໃຈຢ່າງເລິກເຊິ່ງ, ສາມາດສະຫຼຸບຕີລາຄາດ້ວຍເຫດ ແລະ ຜົນ, ມີສ່ວນຮ່ວມໃນການປະກອບຄໍາຄິດຄໍາເຫັນ ແລະ ປະຕິບັດໂມງເວລາຂອງຊຸດອົບຮົມໃຫ້ເຂັ້ມງວດ.

About admin11