ນັກທຸລະກິດໜຸ່ມ ເມືອງປາກກະດິງ ມອບເຄື່ອງຊ່ວຍເຫຼືອຄອບຄົວອານາຖາ ຢູ່ເມືອງວຽງທອງ

ເພື່ອເປັນການບັນເທົາທຸກໃຫ້ແກ່ຄອບຄົວທຸກຍາກ ແລະ ອານາຖາ ໃຫ້ມີຊີວິດການເປັນຢູ່ດີຂຶ້ນ ໃນວັນທີ 14 ຕຸລາ 2020 ນັກທຸລະກິດໜຸ່ມທີມງານຮ່ວມໃຈ ເມືອງປາກກະດິງ ແຂວງບໍລິຄຳໄຊ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ນຳເອົາສັງກະສີ 40 ແຜ່ນ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ຄົວເຮືອນຈຳນວນໜື່ງ ໄປມອບໃຫ້ແກ່ຄອບຄົວ ທ້າວ ຈອຍ ເຊີ່ງເປັນຄອບຄົວອານາຖາ (ເສຍອົງຄະ) ຢູ່ບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ  ລວມມູນຄ່າທັງໝົດ 3 ລ້ານກວ່າກີບ, ໂດຍທ່ານ ຊຽງສົມບູນ ເພັງພະໄຊ ຕາງໜ້ານັກທຸລະກິດໜຸ່ມທີມງານຮ່ວມໃຈເປັນຜູ້ກ່າວມອບ ໂດຍຊ້ອງໜ້າທ່ານ ເຄນພອນ ໄຊຍາຈັກ ເລຂາຊາວໜຸ່ມເມືອງວຽງທອງ ແລະ ອໍານາດການປົກຄອງບ້ານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

About admins16