ເມືອງຄຳເກີດ ຈະຖືກຮັບຮອງເປັນເມືອງສາມັກຄີປອງດອງ ເປັນເມືອງທີ່ 3 ຂອງແຂວງບໍລິຄຳໄຊ

ໃນວັນທີ 15 ຕຸລາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງຄຳເກີດ ໄດ້ຈັດກອງປະຊຸມປືກສາຫາລືການກະກຽມ ປະກາດເມືອງຄຳເກີດ ເປັນເມືອງສາມັກຄີປອງດອງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສອນແກ້ວ ກາງປາວວື່ ຮອງປະທານແນວລາວສ້າງຊາດແຂວງບໍລິຄຳໄຊ, ທ່ານ ເພັດສະໄໝ ໄຊຍະທິຈັກ ເລຂາພັກເມືອງ, ເຈົ້າເມືອງຄຳເກີດ, ມີບັນດາການນຳຂອງເມືອງ, ຄະນະກຳມະການຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.

ທ່ານ ຄຳໜັ້ນ ໄຊຍະວົງ  ປະທານແນວລາວສ້າງຊາດເມືອງ ໄດ້ລາຍງານວ່າ: ພາຍຫຼັງໄດ້ຮັບຄຳສັ່ງແນະນຳຈາກຂັ້ນເທິງແລ້ວ ກໍ່ໄດ້ສົມທົບກັບອົງຄະນະພັກເມືອງຄຳເກີດ ກໍ່ຄືຄະນະກຳມະການແນວລາວສ້າງຊາດເມືອງ ເລີ່ມປະຕິບັດຜັນຂະຫຍາຍບັນດາຄຳແນະນຳ, ຂໍ້ຕົກລົງຕ່າງໆມາເປັນແຜນການ, ແຜນງານ ສ້າງຄົວຄອບ ແລະ ບ້ານສາມັກຄີປອງດອງ ຕັ້ງແຕ່ຕົ້ນປີ 2017 ເປັນຕົ້ນມາ.

ເມືອງຄຳເກີດ ມີ 62 ບ້ານ, ມີ 12,615 ຄອບຄົວ ມີພົນລະເມືອງທັງໝົດ 73,516 ຄົນຍິງ 36,180 ຄົນ. ຜ່ານການປະເມີນເປັນບ້ານສາມັກຄີປອງດອງແລ້ວ 61 ບ້ານ ເທົ່າກັບ 98,38 %, ກໍາລັງຈັດຕັ້ງປະຕິບັດປະເມີນ 1 ບ້ານ ຈັດພິທີຮັບຮອງ ແລະ ປະກາດບ້ານສາມັກຄິປອງດອງສຳເລັດແລ້ວ 57 ບ້ານ, ຍັງ 4 ບ້ານ ແມ່ນກຽມລົງຈັດພິທີປະກາດຮັບຮອງ ຄາດວ່າຈະໃຫ້ສໍາເລັດພາຍໃນເດືອນຕຸລານີ້.

ຜ່ານມາ ໄດ້ມອບໃບຢັ້ງຢືນຄອບຄົວສາມັກຄີປອງດອງທັງໝົດ 10,853 ຄອບຄົວ ເທົ່າກັບ 86,03 %,  ຖ້າມາທຽບໃສ່ມາດຖານຂອງບ້ານ ແລະ ເມືອງສາມັກຄີປອງດອງ ແມ່ນເມືອງຄຳເກີດສາມາດປະກາດເປັນເມືອງສາມັກຄີປອງດອງໄດ້ແລ້ວ ຄາດວ່າພິທີດັ່ງກ່າວແມ່ນຈະໄດ້ຈັດຂື້ນໃນທ້າຍເດືອນພະຈິກ ທີ່ຈະມາເຖີງນີ້.

About admins16