ກຸ່ມພັດທະນາ ເຂດຄຳມ່ວນ ເມືອງຄຳເກີດ ສູມໃສ່ເກັບກູ້ເຂົ້ານາປີຢ່າງເປັນຂະບວນພົດຟື້ນ

ເພື່ອປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງຄຳເກີດວາງອອກ ເວົ້າລວມ, ເວົ້າສະເພາະກຸ່ມພັດທະນາຄຳມ່ວນເພື່ອເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກໃດ້ເທື່ອລະກ່າວ. ທ່ານ ອຳພອນ ພົມມະສານ ເລຂາຄະນະພັກກຸ່ມພັດທະນາຄຳມ່ວນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 15 ຕຸລາ 2020 ວ່າ: ທົ່ວກຸ່ມບ້ານພັດທະນາຄຳມ່ວນ ປະກອບມີ 1.246 ຫຼັງຄາເຮືອນ, ມີ 1.475 ຄອບຄົວ, ມີພົນລະເມືອງທັງໝົດ 7.491 ຄົນ, ຍີງ 3.694 ຄົນ, ປະຊາຊົນສ່ວນໃຫຍ່ແມ່ນຢືດຖືອາຊີບປູກຝັງ-ລ້ຽງສັດເປັນອາຊີບຕົ້ນຕໍ ກວມ 95%, ມີເນື້ອທີນາປີທັງໜົດ 1.365 ເຮັກຕ່າ.

ປະຈຸບັນ ປະຊາຊົນພາຍໃນກຸ່ມພວມພາກັນຂຸ້ນຂ້ຽວເກັບກ່ຽວເຂົ້ານາປີຢ່າງເປັນຂະບວນຟົດຟື້ນ ເຊີ່ງການເກັບກູ້ເຂົ້ານາປີ ແມ່ນໃດ້ລົງມືເກັບກ່ຽວມາແຕ່ຕົ້ນເດືອນຕຸລາ ຮອດປະຈຸບັນສາມາດເກັບກູ້ແລ້ວ 50%.

ນອກຈາກເຮັດນາປີແລ້ວ ປະຊາຊົນຍັງມີເນື້ອທີ່ດິນປູກພືດຜັກ, ກ້ວຍ, ແຍ້, ຕົ້ນໄມ້ໃຫ້ໝາກຈຳນວນ 572 ເຮັກຕ່າ, ເນື້ອທີສວນມັນຕົ້ນ 1.970 ແລະ ຍັງໃດ້ລ້ຽງສັດອີກຈຳນວນໜື່ງ, ສັດທີ່ລ້ຽງປະກອບມີ ຄວາຍ 539 ໂຕ, ງົວ 2.509 ໂຕ, ໝູ 2.134 ໂຕ, ແບ້ 496 ໂຕ ແລະ ສັດປີກຈຳນວນ 21.344 ໂຕ ສາມາດສ້າງລາຍຮັບໃຫ້ປະຊາຊົນພາຍໃນກຸ່ມສະເລ່ຍ 13.600.000 ກີບ ຕໍ່ຄົນຕໍ່ປີ.

About admins16