140 ກ່ວາຄອບຄົວ ບ້ານສີມຸງຄຸນ ຮັບນາມມະຍົດຄອບຄົວແບບຢ່າງປ້ອງກັນຄວາມສະຫງົບດີ

ຕອນເຊົ້າ ວັນທີ 02 ກຸມພາ 2021 ຢູ່ທີ່ຫ້ອງການບ້ານ ສີມຸງຄຸນ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບໃບຢັ້ງຢືນ ແລະ ປິດບັ້ນດໍາເນີນການກວດກາ, ຄັດເລືອກ ຄອບຄົວແບບຢ່າງປ້ອງກັນຄວາມສະຫງົບດີ, ໂດຍການເປັນປະທານຂອງ ທ່ານ ແສງອາລຸນ ແສງອາພອນ  ຮອງເຈົ້າເມືອງປາກຊັນ.

ທ່ານ ພັນຕີ ສົມຈັນ ສີບົວທອງ ຫົວໜ້າ ປກສ ບໍລິການປະຊາຊົນ ກຸ່ມເທດສະບານ 01 ໄດ້ຂື້ນຜ່ານບົດສະຫຼຸບ ວຽກງານການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ບ້ານສີມຸງຄຸນ ເມືອງປາກຊັນ ແຂວງບໍລິຄໍາໄຊ ເຊີ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 01 ມັງກອນ ຫາ 03 ມີນາ ປີ 2020, ໃນການຈັດຕັ້ງປະຕິບັດຕົວຈິງທາງຄະນະຮັບຜິດຊອບ ໄດ້ສົມທົບກັບອໍານາດການປົກຄອງບ້ານ ເພື່ອທາບທາມຫາງສຽງຄວາມພ້ອມໃນແຕ່ລະດ້ານ, ເປີດກອງປະຊຸມເຜີຍແຜ່ເຊື່ອມຊືມບັນດາເອກະສານທີ່ພົວພັນເຖິງການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໃຫ້ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານໄດ້ຮັບຮູ້, ເຂົ້າໃຈ ເຊັ່ນ: ຂໍ້ຕົກລົງ ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບກ່ຽວກັບການຄຸ້ມຄອງພົນລະເມືອງ, ແຜນວຽກບັ້ນສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຮ່າງການເກັບກໍາສະຖິຕິຄອບຄົວແບບຢ່າງປ້ອງກັນຄວາມສະຫງົບດີ, ການປະເມີນຕີລະຄາ, ມາດຖານເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຈັດແບ່ງຄວາມຮັບຜິດຊອບໃຫ້ພະນັກງານວິຊາສະເພາະ, ກໍາລັງ ປກສ ບ້ານ, ປກສ ໜ່ວຍ ເພື່ອເຄື່ອນໄຫວເກັບກໍາຂໍ້ມູນສະຖິຕິຕາມແບບຟອມນິຕິກໍາຕົວຈິງ ໃຫ້ລະອຽດຊັດເຈນ, ປະສານສົມທົບກັບອໍານາດການປົກຄອງບ້ານ, ປກສ ບ້ານ, ປກສ ໜ່ວຍ ປືກສາຫາລືປະເມີນຜົນ, ຄັດຈ້ອນເອົາບັນດາຫົວໜ້າຄອບຄົວທີ່ໄດ້ຕາມມາດຖານເງື່ອນໄຂ ແລະ ຄອບຄົວທີ່ຍັງບໍ່ໄດ້ຕາມມາດຖານເງື່ອນໄຂ, ສັງລວມ ແລະ ລາຍງານໃຫ້ຄະນະພັກຂັ້ນເທິງ ອອກໃບຢັ້ງຢືນໃຫ້ແກ່ຄອບຄົວປ້ອງກັນຄວາມສະຫງົບດີທີ່ໄດ້ຕາມ 5 ມາດຖານເງື່ອນໄຂຂອງການກວດກາ, ຄັດເລືອກ, ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ.

ຜ່ານການຈັດຕັ້ງປະຕິບັດຕົວຈິງ ບ້ານສີມຸງຄຸນ ປະກອບມີ 151 ຄອບຄົວ, ໃນນັ້ນໄດ້ຮັບໃບຢັ້ງຢືນຄອບຄົວແບບຢ່າງປ້ອງກັນຄວາມສະຫງົບດີ 141 ຄອບຄົວ ເທົ່າກັບ 92, 85%.

ເພື່ອເປັນການຢັ້ງຢືນເຖີງຜົນງານ ແລະ ໝາກຜົນທີ່ປະຕິບັດໄດ້ນນັ້ນ ໂອກາດດຽວກັນກໍ່ໄດ້ຜ່ານ ຂໍ້ຕົກລົງ ຂອງທ່ານເຈົ້າເມືອງປາກຊັນ ວ່າດ້ວຍການມອບໃບຢັ້ງຢືນໃຫ້ຄອບຄົວແບບຢ່າງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບດີ ຂອງບ້ານສີມຸງຄຸນ ຈໍານວນ 141 ຄອບຄົວ, ໂດຍການເປັນກຽດມອບຢັ້ງຢືນຂອງ ທ່ານ ແສງອາລຸນ ແສງອາພອນ ຮອງເຈົ້າເມືອງປາກຊັນ.

About admin11