ທ່າພະບາດ ເປີດຊຸດອົບຮົມທິດສະດີການເມືອງ – ການປົກຄອງ ລະບົບບໍາລຸງ 45 ວັນ

ພິທີເປີດ ຊຸດຝຶກອົບຮົມທິດສະດີການເມືອງ – ການປົກຄອງ ລະບົບບໍາລຸງ 45 ວັນ ຊຸດທີ 04 ຂອງເມືອງທ່າພະບາດ ແຂວງບໍລິຄຳໄຊ ຊຸດທີ 57 ຂອງແຂວງ ໄດ້ໄຂຂຶ້ນໃນວັນທີ 15 ມິຖຸນາ 2022 ຢູ່ຫ້ອງວ່າການປົກຄອງເມືອງ, ໃຫ້ກຽດເປັນປະທານພິທີເປີດໂດຍທ່ານ ບຸນສົງ ເພັດຈະເລີນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ, ຄະນະກໍາມະການຮັບຜິດຊອບ, ອາຈານ, ນັກສໍາມະນາກອນ ຈໍານວນ 63 ສະຫາຍ ຍິງ 34 ສະຫາຍ ເຂົ້າຮ່ວມ.

ຈຸດປະສົງ ເພື່ອເປັນການຍົກລະດັບຄວາມຮູ້ພື້ນຖານທາງດ້ານທິດສະດີມາກ – ເລນິນ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໃຫ້ແກ່ພະນັກງານ – ສະມາຊິກພັກ ຂອງເມືອງ ໃຫ້ມີຄວາມຮັບຮູ້ເລິກເຊິ່ງຢ່າງເປັນລະບົບ ຕໍ່ແນວທາງປ່ຽນແປງໃໝ່ຂອງພັກ – ລັດ ແຕ່ລະໄລຍະ ແລະ ກໍ່ເພື່ອເປັນການປັບປຸງເສີມສ້າງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ໃຫ້ມີວິໄສທັດ ແລະ ມີຄວາມເປັນເອກະພາບ ຕໍ່ການປະຕິບັດແນວທາງຍຸດທະສາດຂອງພັກ, ກໍ່ສ້າງພັກ, ພະນັກງານໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີແບບແຜນວິທີເຮັດວຽກຢ່າງມີວິທະຍາສາດ, ກຽມພ້ອມຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນ.

ຊຸດຝຶກອົບຮົມໃນຄັ້ງນີ້ ມີນັກຝຶກອົບຮົມທັງໝົດ 63 ສະຫາຍ, ຍິງ 34 ສະຫາຍ ທີ່ມາຈາກບັນດາຫ້ອງການອ້ອມຂ້າງ, ກໍໍາລັງປ້ອງຊາດ – ປ້ອງກັນຄວາມສະຫງົບ, ດ້ານເນື້ອໃນການຝຶກອົບຮົມຈະໄດ້ດໍາເນີນການຮຽນ-ການສອນ ໃນ 05 ກຸ່ມວິຊາ ຄື: ວິຊາ ປັດສະຍາມາກ – ເລນິນ, ເສດຖະສາດການເມືອງ, ລັດທິສັງຄົມນິຍົມວິທະຍາສາດ, ບໍລິຫານສາດ ແລະ ວິຊາກໍ່ສ້າງພັກ.

About admin11