ກອງປະຊຸມຄົບຄະນະພັກຮາກຖານຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ  ຄັ້ງທີ 04 ສະໄໝທີ  I

ກອງປະຊຸມຄົບຄະນະພັກຮາກຖານ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຄັ້ງທີ 04 ສະໄໝທີ I ແລະ ວາງທິດທາງແຜນການໃນຕໍ່ໜ້າ ໄດ້ຈັດຂື້ນ ໃນຕອນເຊົ້າ ວັນທີ 15 ມີຖຸນາ 2022  ໂດຍການເປັນປະທານຂອງ ສະຫາຍ ພັນໂທ ອານົງ ພະບາດໄຊ ຄະນະພັກກອງບັນຊາການ,ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີຄະນະພັກຮາກຖານ, ເລຂາໜວ່ຍພັກ, ຕະຫຼອດຮອດສະມະຊິກພັກສົມບູນ – ສໍາຮອງ ເຂົ້າຮ່ວມ.

ໄລຍະຜ່ານມາ ຄະນະພັກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ – ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ – ນັກຮົບ, ນໍາພາຮ່ວມຊີວິດພັກຢ່າງເປັນປົກກະຕິ,  ເຮັດໃຫ້ສະມະຊິກພັກ, ພະນັກງານ-ນັກຮົບ ມີແນວຄິດການເມືອງໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ການຈັດຕັ້ງ, ມີຄວາມຈົງຮັກພັກດີຕໍ່ພັກ-ປະເທດຊາດ.

ເພີ່ມທະວີຊີ້ນໍາ-ນໍາພາວຽກງານວິຊາສະເພາະຢ່າງຕັ້ງໜ້າ ເພື່ອເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງ, ເປັນເຈົ້າການເຂົ້າຮວ່ມໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນໃນສັງຄົມ, ນໍາພາປັບປຸງການຈັດຕັ້ງພັກ, ສະມາຊິກພັກ ມີຄວາມເຂັ້ມແຂງ, ໜັກແໜ້ນ, ມີຄຸນນະພາບ, ມີລະບຽບວິໄນທີ່ເຂັ້ມງວດ, ຍ້ອງຍໍ ແລະ ປະຕິບັດນະໂຍບາຍ ຕໍ່ສະມາຊິກພັກ, ພະນັກງານ-ນັກຮົບ ຜູ້ທີ່ມີຜົນງານ, ຕິດຕາມກວດກາມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າພັກຕາມກົດລະບຽບຂອງພັກວາງອອກ, ຊຸກຍູ້ຂະບວນການກໍ່ສ້າງກົມກອງເຂັ້ມແຂງ, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອປັບປຸງກໍ່ສ້າງພັກ ແລະ ຂະຫຍາຍພັກ ຕາມ 05 ຫຼັກການ ແລະ 03 ທິດນໍາ.

ປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກໃຫ້ມີຄວາມທັນສະໄໝ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ, ໄລຍະ 03 ເດືອນຜ່ານມາ ສາມາດສະເໜີມາຫາຊົນກ້າວໜ້າຮຽນລະບຽບພັກ 01 ສະຫາຍ,  ນອກນັ້ນ ຍັງໄດ້ອໍານວຍຄວາມສະດວກ ໃຫ້ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ໄດ້ເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ໂດຍຕິດພັນກັບການເຮັດໜ້າທີ່ວິຊາສະເພາະຕາມການມອບໝາຍສຳເລັດຜົນຢ່າງຮອບດ້ານ ແລະ ມີປະສິດທິພາບສູງ ເປັນຕົ້ນແມ່ນຊຸກຍູ້ວຽກງານກໍ່ສ້າງຮາກຖານ ການເມືອງຢູ່ກອງກໍ່ສ້າງຮາກຖານ 916, ຕິດຕາມກວດກາປັບປຸງ ປກສ ກຸ່ມ, ປກສ ບ້ານ, ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ດີຂື້ນເທື່ອລະກ້າວ.

ບັນດາຜູ້ແທນກອງປະຊຸມ ໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ໃສ່ຮ່າງບົດສະຫຼຸບ ແລະ ບົດສໍາຫຼວດການນໍາພາລວມ, ພ້ອມທັງຮັບຮອງເອົາມະຕິຜົນສໍາເລັດຂອງກອງປະຊຸມ ເພື່ອເປັນເອກະພາບກັນນໍາໄປຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິພາບສູງ.

 ຕອນທ້າຍ ທີ່ປະຊຸມກໍ່ໄດ້ເປັນກຽດຕ້ອນຮັບການເຂົ້າຮວ່ມຂອງ ສະຫາຍ ພັນເອກ ຜາຂົງ ດອກມະນີຈັນ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ເພື່ອມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ທີ່ປະຊຸມ, ເຊິ່ງສະຫາຍໄດ້ເນັ້ນໜັກໃຫ້ຄະນະພັກທຸກຂັ້ນ  ຈົ່ງເອົາໃຈໃສ່ສືກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ດວ້ຍຫຼາຍຮູບແບບໃຫ້ເລິກເຊິງ, ຕິດຕາມກວດກາ ສະມາຊີກພັກ, ພະນັກງານ – ນັກຮົບຢ່າງເປັນປົກກະຕິຕໍ່ເນື່ອງ, ປັບປຸງແບບແຜນວິທີນໍາພາ-ວິທີເຮັດວຽກຂອງຄະນະພັກໃຫ້ມີວິທະຍາສາດ, ເຊີດຊູບົດບາດການນໍາພາຂອງພັກໃຫ້ສູງຂື້ນ, ສ້າງພະນັກງານສືບທອດປ່ຽນແທນ, ຄຽງຄູ່ກັບການປັບປຸງການຈັດຕັ້ງພັກ, ຄຸນນະພາບຂອງສະມາຊິກພັກ ແນ່ໃສ່ເຮັດໃຫ້ກໍາລັງ ມີຄວາມເຕີບໃຫ່ຍເຂັ້ມແຂງ, ມີລະບຽບວິໄນຢ່າງເຂັ້ມງວດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດວຽກງານວີຊາສະເພາະໃຫ້ເຂັ້ມແຂງ ແລະ ມີຄຸນນະພາບດີຂື້ນເທື່ອລະກ້າວ.

 

About admin11