ທ່າພະບາດ ສ້າງສາຍພົວພັນຮ່ວມມືຮອບດ້ານ ກັບ ເມືອງດຶກຖໍ້

ກອງປະຊຸມພົບປະ ສ້າງຕັ້ງສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ແລະ ເມືອງດຶກຖໍ້ ແຂວງຮ່າຕິ້ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 5 ສິງຫາ 2022 ຢູ່ຫ້ອງປະຊຸມປົກຄອງເມືອງທ່າພະບາດ ເປັນກຽດເຂົ້າຮ່ວມ ສະຫາຍ ສົມສົດ ແສງອາພອນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າພະບາດ, ສະຫາຍ ເຈິ່ນ ກວາງຕວັນ ກໍາມະການພັກແຂວງ ເລຂາພັກເມືອງ, ປະທານຄະນະກໍາມະການ ປະຊາຊົນ ເມືອງດຶກຖໍ້ ແຂວງ ຮ່າຕິ້ງ ພ້ອມດ້ວຍຄະນະ ແລະ ຜູ້ແທນທັງສອງເມືອງ ເຂົ້າຮ່ວມ.

ກອງປະຊຸມ ຄະນະຜູ້ແທນທັງສອງຝ່າຍ ໄດ້ພ້ອມກັນປຶກສາຫາລື ແລະ ໄດ້ລົງນາມຮ່ວມມື ບົນພື້ນຖານເນື້ອໃນຈິດໃຈແຫ່ງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ການຊ່ວຍເຫຼືອ ແລະ ເຄົາລົບເຊິ່ງກັນ ແລະ ກັນ ເພື່ອພ້ອມກັນຮ່ວມພັດທະນາວຽກງານດ້ານຕ່າງໆ ຕາມເງື່ອນໄຂ ແລະ ສະພາບຄວາມເປັນຈິງຂອງແຕ່ລະຝ່າຍ, ໂດຍໄດ້ເປັນເອກະພາບຮ່ວມກັນ ກ່ຽວກັບການຮ່ວມມືໃນໄລຍະຕໍ່ໜ້າ ດັ່ງນີ້: ໂດຍຜ່ານສາຍຜົວພັນຮ່ວມມື ເພື່ອສືບຕໍ່ເຮັດໃຫ້ຄະນະພັກ, ອົງການປົກຄອງ ແລະ ປະຊາຊົນສອງເມືອງ ໄດ້ຮັບການພັດທະນາຮອບດ້ານໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ທັງສອງເມືອງເຫັນດີສ້າງຕັ້ງສາຍພົວພັນມິດຕະພາບຮ່ວມກັນຢ່າງເປັນທາງການ.

ສອງທ້ອງຖິ່ນຈະປະສານສົມທົບຮ່ວມມືໃນບາງຂົງເຂດທີ່ທັງສອງເມືອງມີຄວາມຕ້ອງການ ບົນເນື້ອໃນຈິດໃຈຄວາມສະເໝີພາບ, ສະໝັກໃຈ ແລະ ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ເພື່ອພ້ອມກັນພັດທະນາຕາມກໍາລັງຄວາມສາມາດ ແລະ ເງື່ອນໄຂຕົວຈິງຂອງແຕ່ລະຝ່າຍ.

ໂອກາດດັ່ງກ່າວ ຄະນະຜູ້ແທນ ເມືອງດຶກຖໍ້ ຍັງໄດ້ມອບຄອມພິວເຕີ້ ຈໍານວນ 5 ຊຸດ ໃຫ້ຄະນະຜູ້ແທນເມືອງທ່າພະບາດ, ຫຼັງຈາກສໍາເລັດກອງປະຊຸມຄະນະຜູ້ເມືອງທ່າພະບາດນໍາພາຄະນະຜູ້ແທນ ເມືອງ ດຶກຖໍ້ ເຂົ້າຢ້ຽມຊົມສະຖານທີ່ທ່ອງທ່ຽວວັດພະບາດໂພນສັນ – ທ່າໂພນສັນ ເພື່ອກາບໄຫວ້.

About admins16