ເຜີຍແຜ່ຄໍາສັ່ງເລກທີ 016 ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ

ໃນຕອນເຊົ້າວັນທີ 8 ສິງຫາ 2022 ຢູ່ຫ້ອງປະຊຸມ ຂອງອົງການໄອຍະການປະຊາຊົນ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເຜີຍແຜ່ຄໍາສັ່ງເລກທີ 016/ອອປສ, ລົງວັນທີ 10 ກັນຍາ 2021 ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງບໍລິຄຳໄຊ, ມີ ທ່ານ ທອງໃບ ພຽນວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ, ຄະນະອົງການໄອຍະການປະຊາຊົນເຂດ 01 ແລະ ເຂດ 02 ພ້ອມດ້ວຍພະນັກງານ – ລັດຖະກອນ ເຂົ້າຮ່ວມ.

ກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ເຊື່ອມຊຶມບາງຕອນເນື້ອໃນເອກະສານ ວ່າ: ຄະນະນຳອົງການໄອຍະການປະຊາຊົນທ້ອງຖິ່ນ ຕ້ອງເອົາໃຈໃສ່ຊີ້ນຳການເຄື່ອນໄຫວວຽກງານຕິດຕາມກວດກາທົ່ວໄປ ຕິດຕາມກວດກາການປະຕິບັດກົດໝາຍຂອງບັນດາອົງການຈັດຕັ້ງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການປົກຄອງທ້ອງຖິ່ນ, ວິສາຫະກິດ, ພົນລະເມືອງ ເພື່ອໃຫ້ຖືກຕ້ອງ ແລະ ເປັນເອກະພາບ, ສະກັດກັ້ນ, ຕ້ານອາຊະຍາກໍາ, ຕິດຕາມກວດການິຕິກໍາຂອງບັນດາອົງການຈັດຕັ້ງດັ່ງກ່າວ ເພື່ອໃຫ້ສອດຄ່ອງກັບກົດໝາຍ.

ຕິດຕາມກວດກາ ຕາມຄຳສະເໜີ, ຄຳຮ້ອງຟ້ອງຂອງບຸກຄົນ ຫຼື ການຈັດຕັ້ງ ຖ້າເຫັນວ່າມີການລະເມີດກົດໝາຍຕ້ອງສະເໜີໃຫ້ອົງການໄອຍະການກ່ຽວຂ້ອງ ແກ້ໄຂຕາມແຕ່ລະກໍລະນີ ທີ່ໄດ້ກຳນົດໄວ້ໃນມາດຕາ 40 ຂອງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນສະບັບປັບປຸງ ປີ 2017 ຢ່າງເຂັ້ມງວດ, ເອົາໃຈໃສ່ເກັບກຳສະຖິຕິອາຊະຍາກໍາຢູ່ໃນຂັ້ນແຂວງ, ເມືອງ ທີ່ຕົນຮັບຜິດຊອບ ດ້ວຍຮູບການ, ວິທີການທີ່ເໝາະສົມ.

ຈາກນັ້ນ ໄດ້ຜ່ານບົດສະຫຼຸບຫຍໍ້ວຽກງານຕິດຕາມກວດກາທົ່ວໄປ ໃນໄລຍະ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2022 ເຊິ່ງໄດ້ຍົກໃຫ້ເຫັນຜົນງານການເອົາໃຈໃສ່ຄົ້ນຄວ້າ, ຕິດຕາມ, ກວດກາຄຳຮ້ອງຟ້ອງ, ຄຳຮ້ອງທຸກ, ຂອງປະຊາຊົນ ແລະ ອົງການຈັດຕັ້ງຕ່າງໆ ໄດ້ 24 ສະບັບ, ໄດ້ຮັບສຳນວນຄະດີຈາກເຈົ້າໜ້າທີ່ ປກສ ແຂວງ 226 ເລື່ອງ, ແກ້ໄຂໄດ້ 197 ເລື່ອງ, ເທົ່າກັບ 87,16%, ໃນນັ້ນ ບັນຫາທີ່ພົ້ນເດັ່ນແມ່ນການຄ້າຂາຍຢາເສບຕິດ ກວມ 51% ຂອງຄະດີທັງໝົດ, ໄດ້ອອກຄຳສັ່ງຕ່າງໆທັງໝົດ 1,153 ສະບັບ, ໄດ້ຕິດຕາມກວດກາການປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ເດັດຂາດຢູ່ພະແນກຍຸຕິທຳ, ເພື່ອເກັບກຳສະຖິຕິຄະດີອາຍາ, ຄະດີແພ່ງ ແລະ ລົງກວດກາຊັບຮ່ວມກັບພະແນກຍຸຕິທຳເປັນປົກກະຕິ ແລະ ຍັງໄດ້ເອົາໃຈໃສ່ຕິດຕາມກວດກາການປະຕິບັດກົດໝາຍຢູ່ຄ້າຍຄຸມຂັງ – ດັດສ້າງ, ໂດຍປະຕິບັດຕາມຄຳແນະນຳຮ່ວມເລກທີ015/ອອປສ.ກຍ.ປກສ, ລົງວັນທີ09 ກັນຍາ2019 ລະຫວ່າງອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ.

About admins16