ທ່າພະບາດ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021

      ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021 ແລະ ທິດທາງແຜນການ ປະຈຳປີ 2022 ຂອງເມືອງທ່າພະບາດ ແຂວງບໍລິຄຳໄຊ ຄັ້ງວັນທີ 4 ມີນາ 2022 ໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງເມືອງທ່າພະບາດ ພາຍໃຕ້ການເປັນປະທານ ໂດຍ ທ່ານ ສົມສົດ ແສງອາພອນ ກຳມະການພັກແຂວງ ເລຂາບໍລິຫານງານພັກເມືອງ  ເຈົ້າເມືອງທ່າພະບາດ. ມີພະນັກງານຂັ້ນແຂວງ, ບັນດາຫົວໜ້າຫ້ອງການ, ຮອງຫ້ອງການອ້ອມຂ້າງເມືອງ, ອຳນາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ນ ພູໄຊ ຈັນທະວົງສາ ຮອງຫົວໜ້າຫ້ອງການ – ການເງີນ ໄດ້ຂື້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2021 ແລະ ທິດທາງແຜນການປີ 2022 ວ່າ: ແຜນງົບປະມານເບື້ອງຕົ້ນ 4.208.190.000 ກີບ ( ໃນນີ້ ສ່ວຍສາອາກອນ 3.858.190.000 ກີບ, ຊັບສິນ 350.000.000 ກີບ ), ແຜນລາຍຈ່າຍທັງໝົດເທົ່າກັບ 22.023.070.000 ກີບ ( ໃນນີ້ ລາຍຈ່າຍປົກກະຕິ 21.193.490.000 ກີບ, ລາຍຈ່າຍວິຊາການ 829.580.000 ກີບ ), ຂາດດູນ 17.814.880.000 ກີບ.

ແຜນງົບປະມານດັດແກ້: ອີງຕາມ ແຜນແຈ້ງງົບປະ ມານແຫ່ງລັດປະຈຳປີ 2021 ຂອງແຂວງບໍລິຄຳໄຊ ສະບັບເລກທີ 04 / ຂບຊ, ລົງວັນທີ 5 ມັງກອນ 2022 ແຜນລາຍຮັບທັງໝົດເທົ່າກັບ: 4.183.190.000 ກີບ ຫຼຸດລົງ 45.000.000 ກີບ,ໃນນີ້ ສ່ວຍສາອາກອນ 3.813.190.000 ກີບຫຼຸດລົງ 45.000.000 ກີບ, ຊັບສິນ 350.000.000 ( ເທົ່າກັບແຜນເບື້ອງຕົ້ນ ) , ແຜນລາຍຈ່າຍທັງໝົດເທົ່າກັບ: 21.727.950.000 ກີບ ຫຼຸດລົງ 295.120.000 ກີບ ໃນນີ້ລາຍຈ່າຍປົກກະຕິ 20.943.370 ກີບ ຫຼຸດລົງ 250.120.000 ກີບ, ລາຍຈ່າຍວິຊາການ 784.580.000 ກີບ ຫຼຸດລົງ 45.000.000 ກີບ, ຂາດດູນ 17.564.760.000 ກີບ ຫຼຸດລົງ 250.120.000 ກີບ.

ຜົນການຈັດຕັ້ງປະຕິບັດໄດ້ດ້ານລາຍຮັບ: ປະຕິບັດໄດ້ທັງໝົດ 4.701.570.319 ກີບ ເທົ່າກັບ 112,93% ຂອງແຜນການດັດແກ້ ລື່ນແຜນການປີ 12,93% ເປັນເງິນ 538.380.317 ກີບ, ຖ້າທຽບໃສ່ໄລຍະດຽວກັນປີຜ່ານມາ 135,3% ເພີ່ມຂື້ນ 53,30% ເປັນເງີນ 1.226.745.596 ກີບ, ໃນນັ້ນ ສ່ວຍສາອາກອນ ປະຕິບັດໄດ້ 4.321.811.413  ກີບ ເທົ່າກັບ 113,34% ຂອງແຜນການດັດແກ້ປີ,ລື່ນແຜນ 13,34% ເປັນເງີນ 508.621.413 ກີບ ທຽບໃສ່ໄລຍະດຽວກັນປີຜ່ານມາ 128,47% ເພີ່ມຂື້ນ 38,47% ເປັນເງີນ 1.200.844.008 ກີບ, ຊັບສິນປະຕິບັດໄດ້ 379.758.904 ກີບ, ເທົ່າກັບ 108,50% ຂອງແຜນການດັດແກ້ປີ, ລື່ນແຜນການປີ 8,50% ເປັນເງີນ 29.758.904 ກີບ, ທຽບໃສ່ໄລຍະດຽວກັນປີຜ່ານມາ 107,3% ເພີ່ມຂື້ນ 7,3% ເປັນເງິນ 25.901.588 ກີບ.

ທີ່ປະຊຸມ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ແລກປ່ຽນ, ເພີ່ມເຕີມບາງບັນຫາ ແລະ ປະກອບຄຳຄິດເຫັນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາກ່ຽວກັບການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານປະຈຳປີ 2021 ເປັນຕົ້ນແມ່ນ ພາສີທີ່ດີນ, ຄ່າທຳນຽມ, ຄ່າບໍລິການ ແລະ ອື່ນໆ.

 

About admin11