ທ່າພະບາດ ສະຫລຸບວຽກງານການການຜະລິດ ສົກປີ 2021 – 2022

ກອງປະຊຸມວຽກງານການຜະລິດລະດູຝົນ, ແລ້ງ ປີ 2021 – 2022 ແລະ ວາງທິດທາງແຜນການຜະລິດລະດູແລ້ງປີ 2022 – 2023 ໄດ້ຈັດຂຶ້ນໃນວັນທີ 27 ຕຸລາ 2022 ຢູ່ຫ້ອງປະຊຸມປົກຄອງເມືອງທ່າພະບາດ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ, ມີພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຄະນະຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ຫ້ອງການ, ຫົວໜ້າກຸ່ມຄຸ້ມຄອງຜູ້ນໍາໃຊ້ຊົນລະປະທານ, ບ້ານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ວິລະພອນ ສຸຣິນພູມີ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ທ່າພະບາດ ໄດ້ຜ່ານສະຫຼຸບວຽກງານການຜະລິດເຂົ້າລະດູຝົນ, ລະດູແລ້ງ ປີ 2021 – 2022 ໃຫ້ຮູ້ວ່າ: ການຜະລິດເຂົ້ານາປີໃນເນື້ອທີ່ 3.500 ເຮັກຕ່າ ຜົນຜະລິດໄດ້ 12.954 ໂຕນ ສະມັດຕະພາບ 3,70 ໂຕນ/ເຮັກຕ່າ ທຽບໃສ່ແຜນການ 98,48% ແລະ ເຂົ້ານາແຊງໃນເນື້ອທີ່ 976 ເຮັກຕ່າ ຜົນຜະລິດໄດ້ 3.904 ໂຕນ ສະມັດຕະພາບ 4,00 ໂຕນ/ເຮັກຕ່າ ທຽບໃສ່ແຜນການ 100,20 %. ສະເລ່ຍໃສ່ຫົວຄົນທົ່ວເມືອງ 548,72 ກິໂລ/ຄົນ/ປີ, ການປູກພືດລະດູແລ້ງ ໃນເນື້ອທີ່ 811 ເຮັກຕ່າ ຜົນຜະລິດໄດ້ 5.846,5 ໂຕນ, ທຽບໃສ່ແຜນການ 60,52 % ແລະ ການປູກພືດລະດູຝົນ ໃນເນື້ອທີ່ 498 ເຮັກຕ່າ ຜົນຜະລິດ 4.298 ໂຕນ, ທຽບໃສ່ແຜນການ 69,55 %.

ທິດທາງແຜນການຜະລິດລະດູແລ້ງປີ 2022 – 2023 ຕົວເລກຄາດໝາຍ ເນື້ອທີ່ ປູກເຂົ້ານາແຊງທົ່ວແຂວງ 1.891 ເຮັກຕ່າ, ຜົນຜະລິດ 9.098 ໂຕນ, ໃນນັ້ນ ເມືອງ ທ່າພະບາດ ປະກອບສ່ວນ 974 ເຮັກຕ່າ, ສະມັດຕະພາບ 4.83 ໂຕນ/ເຮັກຕ່າ, ຜົນຜະລິດ 4.704 ໂຕນ, ທຽບໃສ່ຕົວເລກການຜະລິດເຂົ້າທົ່ວແຂວງ ເມືອງທ່າພະບາດ ກວມເອົາ 51,70% ຕົວເລກຄາດໝາຍລວມການປູກພືດແລ້ງທົ່ວແຂວງ 11.536 ເຮັກຕ່າ, ສະມັດຕະພາບ 7,93 ໂຕນ/ເຮັກຕ່າ ຜົນຜະລິດລວມ 91.475 ໂຕນ.

ກອງປະຊຸມ ຍັງໄດ້ປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອໃຫ້ມີການປະສານສົມທົບລະຫວ່າງພາກສ່ວນຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ( ກຸ່ມການຜະລິດຕ່າງໆ ) ໃຫ້ມີກົນໄກເພື່ອຊຸກຍູ້ການຜະລິດໄປລວງດຽວກັນ ເຊັ່ນ:ພາກສ່ວນກະສິກຳ ແລະ ປ່າໄມ້ ຊຸກຍູ້ການຜະລິດ ແລະ ພາກສ່ວນອຸດສາຫະກຳ ແລະ ການຄ້າ ສ້າງເງື່ອນໄຂໃຫ້ຜົນຜະລິດເຂົ້າເຖິງຕະຫຼາດ ແລະ ການປຸງແຕ່ງເປັນໂຄງປະກອບດຽວແບບຕ່ອງໂສ້, ພາກສ່ວນທະນາຄານ ຜູ້ໃຫ້ສິນເຊື່ອ ແລະ ທືນຮອນ ລົງໃສ່ຈຸດສຸມການຜະລິດກະສິກຳ ແລະ ປ່າໄມ້ໃຫ້ຫຼາຍຂື້ນ.

ໃນຕອນທ້າຍກອງປະຊຸມ ໄດ້ມອບໃບຍ້ອງຍໍ ໃຫ້ກຸ່ມຜະລິດກະສິກຳ ຜູ້ທີ່ມີຜົນງານດີເດັ່ນໃນການຜະລິດກະສິກໍາ 1 ປີ ຜ່ານມາ.

About admins14