ເຈົ້າໜ້າທີ່ ປກສ ເມືອງຄໍາເກີດ ຈັບກຸ່ມແກ້ງຄ້າຂາຍ ແລະ ມົ້ວສຸມຢາເສບຕິດ

ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ເມືອງຄໍາເກີດ ແຂວງບໍລິຄາໄຊ ໄດ້ຮັບແຈ້ງຈາກພົນລະເມືອງດີລາຍງານຕໍ່ເຈົ້າໜ້າທີ່ວ່າ: ພົບເຫັນກຸ່ມຄົນຈໍານວນໜື່ງ ມີການເຄື່ອນໄຫວຄ້າຂາຍ ແລະ ມົ້ວສຸມເສບຢາເສບຕິດ ໂດຍໃຊ້ເຄຫະສະຖານ ເຮືອນຂອງ ທ້າວ ປາເບຍລໍ່ ແລະ ທ້າວ ຕົ່ງໄຊຫາ ບ້ານໜອງປອງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ເປັນບ່ອນເສບຢາເສບຕິດ, ເຈົ້າໜ້າທີ່ ຈຶ່ງໄດ້ເຂົ້າຕິດຕາມກວດກາສະຖານທີ່ດັ່ງກ່າວ ເຫັນວ່າມີຄວາມຈິງ.

ດັ່ງນັ້ນ ໃນເວລາ 14 ໂມງ ຂອງວັນທີ 24 ຕຸລາ 2022 ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າກວດຄົ້ນສະຖານທີ່ມົ້ວສຸມເສບຢາເສບຕິດ, ສາມາດຈັບເປົ້າໝາຍຄ້າຂາຍຢາເສບຕິດໄດ້ 03 ຄົນ ພ້ອມຂອງກາງຢາບ້າ ຈໍານວນ 360 ເມັດ, ຢາໄອ້ 2 ຖົງນ້ອຍ ເຮໂລອີນ 3 ຖົງນ້ອຍ ແລະ 8 ຫຼອດນ້ອຍ ພ້ອມອຸປະກອນການມົ້ວສຸມເສບຢາເສບຕິດຈໍານວນໜື່ງ.

ໄດ້ກັກຕົວ ທ້າວ ປ່າເບຍລໍ່ ອາຍຸ 75 ປີ ພ້ອມຂອງກາງຢາບ້າ 163 ເມັດ ແລະ ເຮໂລອີນ 5 ຫຼອດນ້ອຍ, ທ້າວ ຕົ່ງໄຊຫາ ອາຍຸ 43 ປີ ຂອງກາງ ຢາບ້າ 129 ເມັດ, ເຮໂລອີນ 3 ຫໍ່ນ້ອຍ ແລະ 3 ຫຼອດນ້ອຍ, ຢາໄອ້ 2 ຖົງນ້ອຍ, ທ້າວ ເນັ່ງຮົວມົ່ວ ອາຍຸ 37 ປີ ຂອງກາງ ຢາບ້າ 68 ເມັດ, ທັງ 03 ຄົນ ເປັນປະຊາຊົນ ບ້ານໜອງປອງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ແລະ ຍັງສາມາດກັກຕົວຜູ້ທີ່ມົ້ວສຸມເສບຢາເສບຕິດ ຈໍານວນ 05 ຄົນ ເພື່ອນໍາມາສືບສວນ – ສອບສວນ ຂະຫຍາຍຜົນດໍາເນີນຄະດີຕາມລະບຽບກົດໝາຍ ໃນຂັ້ນຕໍ່ໄປ.

ປະຈຸບັນຄະດີດັ່ງກ່າວ ຢູ່ໃນຂັ້ນຕອນສືບສວນ – ສອບສວນ ຂະຫຍາຍຜົນ ຫາທີ່ໄປທີ່ມາຂອງຢາເສບຕິດດັ່ງກ່າວ ແລະ ພັກພວກຮ່ວມຂະບວນ ເພື່ອຕິດຕາມກວດກາ ແລະ ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.

About admins16