ຄະນະກໍາມະການປະຊາຊົນ ແຂວງ ບາກລຽວ ຢ້ຽມຢາມທ່ຽວຊົມສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາ ແຂວງບໍລິຄໍາໄຊ

ໃນວັນທີ 27 ຕຸລາ 2022 ທ່ານ ຝ້າມວັນທ່ຽວ ຮອງເລຂາພັກແຂວງ ປະທານຄະນະກໍາມະການປະຊາຊົນແຂວງບາກລຽວ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ທ່ຽວຊົມ ສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາ ແຂວງ ບໍລິຄໍາໄຊ ວັດພະບາດໂພນສັນ ເມືອງ ທ່າພະບາດ ໂດຍໃຫ້ກຽດຕອນຮັບ ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ ສປປ ລາວ ພ້ອມຄະນະ, ມີຄະນະນໍາຂັ້ນເມືອງ ຕະຫຼອດຮອດປະຊາຊົນພາຍໃນເມືອງ ຕ້ອນຮັບຢ່າງອົບອຸ່ນ.

ວັດພະບາດໂພນສັນ ຕັ້ງຢູ່ແຄມທາງເລກທີ 13 ໃຕ້ ບ້ານ ພະບາດ ເປັນວັດທິເກົ່າແກ່ຄູ່ບ້ານຄູ່ເມືອງ, ໄດ້ເລີ່ມບູລະນະປະຕິສັງຂອນຂຶ້ນໃນເດືອນ 4 ປີຈໍ ພສ 2476 ຄສ 1933, ວັດດັ່ງກ່າວ ເປັນແຫຼ່ງອະລິຍະທໍາທີ່ລໍ້າຄ່າຂອງ ຊາວແຂວງ ບໍລິຄໍາໄຊ, ໄດ້ຖືກຮັບຮອງເປັນມໍລະດົກທາງດ້ານວັດທະນະທໍາຂອງແຂວງ ໃນວັນທີ 22 ມັງກອນ 2016, ວັດພະບາດໂພນສັນເປັນສະຖານທີ່ທ່ອງທ່ຽວທີ່ນິຍົມຂອງແຂກເມື່ອໄດ້ມາຮອດມາເຖິງເມືອງ ທ່າພະບາດ ເພື່ອທ່ຽວຊົມ ແລະ ກາບໄຫວ້ສັກກະລະບູຊາ.

About admins14