ທ່າພະບາດ ສະຫລຸບວຽກງານກວດກາທົ່ວເມືອງ

ໃນວັນທີ 21 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ທ່າພະບາດ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມສະຫຼຸບວຽກງານກວດກາທົ່ວເມືອງ ປະຈໍາປີ 2020 ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ແລະ ທ່ານ ແສງເດືອນ ບໍລິຈັກ ຮອງປະທານກວດກາພັກ-ລັດແຂວງ, ມີເລຂາຄະນະພັກຮາກຖານ, ຜູ້ກວດກາຄະນະພັກຮາກຖານ, ເລຂາໜ່ວຍພັກ ແລະ ຜູ້ກວດກາໜ່ວຍພັກ ໃນທົ່ວເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຫວນຄືນວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 39 ປີ (16 ກຸມພາ 1982 ຫາ 16 ກຸມພາ 2021) ແລະ ຍັງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ 5 ປີ (2016-2020) ແລະ ທິດທາງປີ 2021 ໄດ້ຕີລາຄາ ການປະຕິບັດວຽກງານ ຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນ 5 ປີ ຜ່ານມາ ເຫັນວ່າ ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາທຸກຂັ້ນ ໄດ້ເອົາໃຈໃສ່ເຄື່ອນໄຫວຕາມສິດ ແລະ ພາລະບົດບາດຂອງຕົນ ຕໍ່ວຽກງານຕິດຕາມ-ກວດກາພາຍໃນພັກ, ກວດກາການຄຸ້ມຄອງບໍລິຫານລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຄົ້ນຄວ້າ – ແກ້ໄຂ ຄໍາ້ຮອງ-ຄໍາສະເໜີຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໂດຍໄດ້ຮັບຄໍາຮ້ອງຄໍາສະເໜີ 5 ເລື່ອງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂສຳເລັດ.

ປີ 2020 ຄະນະກວດກາ ສົມທົບກັບຄະນະຮັບຜິດຊອບຂັ້ນເມືອງ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊືມເອກະສານຕ່າງໆ ຈໍານວນ 5 ສະບັບ ມີສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ເຂົ້າຮ່ວມ 684 ຄົນ, ຍິງ 486 ຄົນ, ກວດກາປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີ 8 ຄະນະພັກຮາກຖານ, ມີ 75 ໜ່ວຍພັກ, ໃນນີ້ ມີພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 66 ໜ່ວຍ (ກວມເອົາ 88 %), ໜ່ວຍພັກກາງ 9 ໜ່ວຍ, ມີສະມາຊິກພັກແຂງທັງໝົດ 937 ສະຫາຍ, ຍິງ 324 ສະຫາຍ, ກາງ 19 ສະຫາຍ, ອ່ອນ 4 ສະຫາຍ ແລະ ບໍ່ໄດ້ຈັດປະເພດ 165 ສະຫາຍ.

ພ້ອມກັນນັ້ນ ຍັງໄດ້ຜ່ານບົດສະຫຼຸບຫຍໍ້ການເຄື່ອນໄຫວວຽກງານກວດກາ 5 ປີ (2016-2021) ແລະ ທິດທາງ ປີ 2021 ຂອງຄະນະກວດກາພັກແຂວງບໍລິຄໍາໄຊ, ຜ່ານບົດໂອ້ລົມຂອງທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຕໍ່ກອງປະຊຸມວຽກງານກວດກາທົ່ວແຂວງ ປະຈໍາປີ 2020 ແລະ ທີ່ປະຊຸມໄດ້ເປີດໂອກາດໃຫ້ຜູ້ແທນກອງປະຊຸມໄດ້ປະກອບຄໍາຄິດເຫັນຕໍ່ກອງປະຊຸມ.

About admin11