ເຈົ້າແຂວງ ບໍລິຄຳໄຊ ລົງກວດກາການສຳຫຼວດແຮ່ທາດ ຢູ່ເມືອງຄຳເກີດ

ໃນວັນທີ 21 ກໍລະກົດ 2021 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ ພ້ອມດ້ວນຄະນະ ໄດ້ລົງກວດກາການສຳຫຼວດແຮ່ທາດຂອງກະຊວງປ້ອງກັນປະເທດ ຢູ່ເມືອງຄຳເກີດ ໂດຍການນຳພາທາງຂອງທ່ານ ເພັດສະໄໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ.

ຜູ້ຕາງໜ້າຮັບເໜົາການສຳຫຼວດແຮ່ທາດ ໄດ້ລາຍງານວ່າ: ໂດຍປະຕິບັດຕາມນິຕິກຳຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ຄະນະຮັບຜິດຊອບສຳຫຼວດແຮ່ທາດ ໄດ້ຮ່ວມກັບບໍລິສັດ ລັດ 20 ມັງກອນພັດທະນາ, ບໍລິສັດ ແສງອາລຸນຂຸດຄົ້ນແຮ່ທາດ ແລະ ບໍລິສັດບໍລິຄຳໄຊມາຍນິງ ຈຳກັດ ມີຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ໄດ້ລົງສຳຫຼວດສຶກສາແຮ່ທາດເຂດບ້ານ ວັງຜາ, ທົ່ງແຄະ, ວັງກໍ່, ນາກະດົກ ແລະ ບ້ານນາທອ່ນ ເມືອງຄຳເກີດ ໃນເນື້ອທີ 24,28 ກິໂລຕາແມັດ, ປະຈຸບັນ ແມ່ນສຳເລັດການສ້າງອາຄານທີ່ຢູ່ອາໃສຂອງກຳມະກອນ, ພະນັກກງານວິຊາການ ແລະ ຫ້ອງທົດລອງວິໄຈແຮ່ທາດ, ທະລຸເສັ້ນທາງຂື້ນໄປຫາປາກບໍ່, ຂຸດບໍ່ໃໝ່ໄດ້ 1 ບໍ່ ປະມານ 20 ແມັດ ເພື່ອເຂົ້າຫາແຫຼ່ງແຮ່ທາດນໍາມາວິໄຈ, ປະຈຸບັນນີ້ ຢູ່ໃນໄລຍະສຶກສາຄວາມເປັນໄປໄດ້ພາຍໃນ 6 ເດືອນ ຕໍ່ຈາກນັ້ນ ຈະເຂົ້າສູ່ຂະບວນການລົງນາມເຊັນບົດບັນທຶກການຂຸດຄົ້ນເປັນທາງການ.

ໃນໂອກາດນີ້ ທ່ານເຈົ້າແຂວງບໍລິຄຳໄຊໄດ້ຊີ້ນຳຫຼາຍດ້ານ ເປັນຕົ້ນແມ່ນການປົກຮັກສາສິ່ງແວດລ້ອມຊີວະນາໆພັນ, ການປະສານງານລະຫວ່າງພະນັກງານປະຈຳໂຄງການ ແລະ ຄະນະຊີ້ນຳຂັ້ນເມືອງ, ຂັ້ນແຂວງໃຫ້ມີຄວາມສອດຄ່ອງ ຖືກຕ້ອງຕາມລະບຽບການ, ໃຫ້ປະຊາຊົນໃນທ້ອງຖີ່ນໄດ້ສ່ວນຮ່ວມໃນຂະບວນການຕ່າງໆ, ສົມທົບກັບກອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ສ້າງແຜນພັດທະນາປັບປຸງຊີວິດການເປັນຢູ່ຮອບດ້ານຂອງປະຊາຊົນ 5 ບ້ານໄກ້ຄຽງ, ທັ້ງນີ້ ກໍ່ເພື່ອເຮັດໃຫ້ບັນດາໜ້າວຽກໃນກິດຈະກຳຂັ້ນຕອນຕ່າງໆໄດ້ດໍາເນີນໄປຕາມແຜນການທີ່ວາງໄວ້.

ໃນເວລາຕໍ່ມາຂອງວັນດຽວກັນ ທ່ານ ເຈົ້າແຂວງ ບໍລິຄຳໄຊ ພ້ອມດ້ວຍຄະນະ ຍັງໄດ້ນຳເອົາເຂົ້າສານຈຳນວນ 6 ເປົາ, ໝີ່ສຳເລັດຮູບ, ປາກະປອງ ແລະ ເຄື່ອງນຸງຫົ່ມອີກຈຳນວນໜຶ່ງຈາກກອງທຶນ 1 ດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ແລະ ສະພາປະຊາຊົນແຂວງ ໄປມອບໃຫ້ຄອບຄົວທຸກຍາກ, ຄອບຄົວອານາຖາຢູາບ້ານໂພນທອງ ເມືອງຄຳເກີດ ໃນນັ້ນມອບໃຫ້ຄອບຄົວທຸກຍາກຈຳນວນ 5 ຄອບຄົວ, ຄອບຄົວອານາຖາ 1 ຄອບຄົວເພື່ອເປັນການບັນເທົາທຸກໃນເບື້ອງຕົ້ນ ມີອໍານາດການປົກຄອງເມືອງ ແລະ ບ້ານເຂົ້າຮ່ວມ.

About admins14