ທ່າພະບາດ ທໍາລາຍອາຫານທະເລ ທີ່ນຳເຂົ້າບໍ່ຖືກຕ້ອງ

 

ໃນຕອນແລງຂອງວັນທີ 18 ມີນາ 2021 ຢູ່ເຂດກຸດຟ້າແມບ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີ ທໍາລາຍການນໍາເຂົ້າອາຫານທະເລທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ໃຫ້ກຽດເຂົ້າຮ່ວມພິທີໂດຍ ທ່ານ ຄໍາປຸ່ນ ສີຫາລາດ ຮອງເຈົ້າເມືອງທ່າພະບາດ, ທ່ານ ສອນໄຊ ພົມມະວົງສາ ຮອງຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ແຂວງ, ມີບັນດາທ່ານຄະນະປະຈໍາພັກເມືອງ, ຫົວໜ້າຫ້ອງການ-ຄະນະຫ້ອງການ ແລະ ຂະແໜງການທີ່ກ່ຽວຂ້ອງຈາກແຂວງ-ເມືອງ ຕະຫຼອດຮອດພະນັກງານຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ເຂົ້າຮ່ວມ.

ພິທີທໍາລາຍ ທ່ານ ວິລະພົນ ສຸຣິນພູມີ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ລາຍງານກ່ຽວກັບການນໍາເຂົ້າອາຫານທະເລທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ວ່າ: ໃນເວລາ 10:00ໂມງ ຂອງວັນທີ 16 ມີນາ 2021 ເຈົ້າໜ້າທີ່ສັດຕະວະແພດປະຈໍາຈຸດກວດການາໄຊ ໄດ້ກວດພົບອາຫານທະເລ ຈໍານວນ 55 ແກັດ ເທົ່າກັບ 1.883 ກິໂລ ໃນນີ້ ມີກຸ້ງ 21 ແກັດ ເທົ່ກັບ 630 ກິໂລ ແລະ ປາມຶກ 34 ແກັດ ເທົ່າກັບ 1.253 ກິໂລ ອາຫານທະເລດັ່ງກ່າວ ເຊິ່ງຕົ້ນທາງແມ່ນມາແຕ່ແຂວງສະຫວັນນະເຂດ ເພື່ອຈະຂົນສົ່ງເຂົ້າສູ່ນະຄອນຫຼວງ.

ຕາມການກວດກາຂອງພະນັກງານວິຊາການກ່ຽວຂ້ອງ ອາຫານທະເລດັ່ງກ່າວ ແມ່ນບໍ່ໄດ້ຜ່ານການກວດກາຄຸນນະພາບດ້ານໂພສະນາການ, ມີການເສື່ອມຄຸນ ແລະ ບໍ່ໄດ້ມາດຕາຖານ ຈຶ່ງບໍ່ສົມຄວນນຳໄປຈຳໜ່າຍເພື່ອການບໍລິໂພກ.

ສະນັ້ນ, ເຄື່ອງທີ່ຢຶດມາໄດ້ ຈຶ່ງນໍາເອົາໄປທໍາລາຍຖີ້ມ ໂດຍຊ້ອງໜ້າການນຳຂັ້ນເມືອງ ແລະ ຫລາຍພາກສ່ວນທີ່ກ່ຽວຂ້ອງ.

About admin11