ປກສ ເມືອງບໍລິຄັນ ເປີດບັ້ນດຳເນີນຊີວິດການເມືອງ ຂ່ຳນັບວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ

 

ໃນຕອນເຊົ້າຂອງວັນທີ 17 ມີນາ 2021 ນີ້ ຢູ່ທີ່ສະໂມສອນກອງບັນຊາການ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ເປີດບັ້ນດໍາເນີນຊີວິດການເມືອງ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ ໂດຍການເປັນປະທານຂອງທ່ານ ພັທ ແກ້ວສຸວັນ ວັນນະແຝງ ຄະນະປະຈຳພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າ ກອງບັນຊາການ ປກສ ເມືອງບໍລິຄັນ, ມີຄະນະພັກ, ຄະນະກອງບັນຊາການ, ຫົວໜ້າພະແນກ, ປກສ ກຸ່ມບ້ານ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ພັທ ແກ້ວສຸວັນ ວັນນະແຝງ ຫົວໜ້າ ກອງບັນຊາການ ປກສ ເມືອງບໍລິຄັນ ໄດ້ຜ່ານແຜນການຈັດຕັ້ງບັນດຳເນີນຊີວິດການເມືອງ ແລະ ມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບກອງປະຊຸມບັນດຳເນີນຊີວິດການເມືອງ ໄດ້ຍົກໃຫ້ເຫັນຄື: ກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ມີທາດແທ້ຊົນຊັ້ນກຳມະກອນ, ເປັນກໍາລັງປະກອບອາວຸດປະຕິວັດຂອງພັກ ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ສ້າງຕັ້ງນຳພາເດັດຂາດໂດຍກົງ ແລະ ຮອບດ້ານ, ເປັນກຳລັງທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ເປັນກຳລັງປະກອບອາວຸດປະຕິວັດ ທີ່ມີລະບຽບວິໃນເຂັ້ມງວດ, ບໍ່ວ່າເວລາໃດ, ສະຖານທີ່ໃດ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ຊື່ງຢູ່ພາຍໄຕ້ການຊີ້ນຳ-ນຳພາເດັດຂາດ ແລະ ເປັນມຸນເຊື້ອອັນດີງາມຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງປະຊາຊົນບັນດາເຜົ່າ.

ນັບແຕ່ກໍາເນີດຂື້ນ ທັງສູ້ຮົບ-ທັງປັບປຸງ, ກໍ່ສ້າງຕົນເອງ ພາຍໄຕ້ການອົບຮົມສັ່ງສອນຈາກພັກປະຊາຊົນປະຕິວັດລາວ ດັ່ງນັ້ນ ພັກ-ລັດຖະບານ ແລະ ປະຊາຊົນ ໄດ້ຍ້ອງຍໍກຳລັງປ້ອງກັນຄວາມສະຫງົບ ແມ່ນກຳລັງປະກອບອາວຸດປະຕິວັດທີ່ແຫຼມຄົມ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນບັນດາເຜົ່າ.

ກອງປະຊຸມ ຍັງໄດ້ຜ່ານເອກະສານຕ່າງໆທີ່ສໍາຄັນ ເຊັ່ນ: ເອກະສານຕັ້ງໜ້າຝືກຝົນຫຼໍ່ຫຼອມຄຸນສົມບັດສີນທຳປະຕິວັດ ແລະ ປັບປຸງວິທີເຮັດວຽກຂອງນາຍ ແລະ ພົນຕຳຫຼວດໃນໄລຍະໃໝ່, ເອກະສານສືກສາອົບຮົມກ່ຽວກັບມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນຄົບຮອບ 60 ປີ ແລະ ຄຳແນະນຳຂອງກອງບັນຊາການ ປກສ ແຂວງບໍລິຄຳໄຊ ວ່າດ້ວຍການຈັດຕັ້ງປະຕິບັດຄົ້ນຄວ້າເລື່ອນຊັ້ນໃຫ້ນາຍ ແລະ ພັນຕຳຫຼວດ.

ພາຍຫຼັງບັ້ນດຳເນີນຊີວິດການເມືອງ ທົ່ວຄະນະພັກກອງບັນຊາການ ປກສ ເມືອງ ສໍາເລັດແລ້ວ ບັນດາພະນັກງານ-ນັກຮົບ, ນາຍ ແລະ ພົນຕຳຫຼວດຈະໄດ້ພ້ອມກັນຂຽນໃບສຳຫຼວດ, ຜ່ານໃບສໍາຫຼວດກວດກາຕີລາຄາຕົນເອງ ແລະ ຕໍານິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊີ່ງກັນແລະ ກັນ ມີການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການ ແລະ ຕີລາຄາຄວາມຮັບຜິດຊອບຂອງພະນັກງານ-ນັກຮົບແຕ່ລະສະຫາຍຕ້ອງກວດກາປະເມີນຜົນ ເພື່ອຢັ້ງຢືນຄຸນນະພາບນາຍ ແລະ ພົນຕຳຫຼວດ.

About admin11