ນັກຮົບເກົ່າ ກຸ່ມຄຳມ່ວນ ສະຫລຸບວຽກງານ ປະຈຳປີ 2020

  

ໃນຕອນເຊົ້າຂອງວັນທີ 18 ມີນາ 2021 ທີ່ຫ້ອງການບ້ານສົບພວນ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫລຸບວຽກງານນັກຮົບເກົ່າ ປະຈຳປີ 2020 ແລະ ວາງທິດທາງແຜນການ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ພັນໂທ ຄຳບາງ ທິບພະວົງ ປະທານສະຫະພັນນັກຮົບເກົ່າເມືອງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄຳໝັ້ນ ໄຊຍະວົງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີສະມາຊິກສະຫະພັນນັກຮົບເກົ່າ 6 ບ້ານທົ່ວກຸ່ມຄຳມ່ວນເຂົ້າຮ່ວມ.

ໃນພິທີ ທ່ານ ວັນທອງ ແພເພັດບົວທອງ ຫົວໜ້າກຸ່ມສະຫະພັນນັກຮົບເກົ່າກຸ່ມຄໍາມ່ວນ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານສະຫະພັນນັກຮົບເກົ່າປະຈໍາປີ 2020 ແລະ ວາງທິດທາງແຜນການ 2021 ທ່ານໃຫ້ຮູ້ວ່າ: ທົ່ວກຸ່ມຄໍາມ່ວນ ມີສະມາຊິກສະຫະພັນນັກຮົບເກົ່າ 146 ສະຫາຍ, ໄດ້ຈັດຕັ້ງເປັນ 3 ໜ່ວຍ ຄື: ໜ່ວຍບ້ານ ຄໍາມ່ວນ ແລະ ດອນຊາດ ມີ 2 ຈຸ, ໜ່ວຍບ້ານ ນາເດື່ອ ແລະ ຫ້ວຍແກ້ວ ມີ 3 ຈຸ, ໜ່ວຍບ້ານ ສົບພວນ ແລະ ໂພນທອງ ມີ 2 ຈຸ.

ດ້ານວຽກງານການເມືອງແນວຄິດ ຄະນະກຸ່ມໄດ້ປະສານສົມທົບກັບຄະນະປະທານໜ່ວຍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃນແຕ່ລະໄລຍະຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກ ເຮັດໃຫ້ບັນດາສະມາຊິກສະຫະພັນນັກຮົບເກົ່າ ໄດ້ຮູ້ມິດ-ສັດຕູໄດ້ຢ່າງຈະແຈ້ງ ຮັກສາໄດ້ມູນເຊື້ອປະຫວັດສາດຂອງກອງທັບ ເປັນເຈົ້າການເຂົ້າຮ່ວມທຸກຂະບວນການວຽກງານພັດທະນາເສດຖະກິດ-ສັງຄົມ ໃນຮາກຖານ ເປັນຕົ້ນແມ່ນວຽກ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ສະຫະພັນນັກຮົບເກົ່າໄດ້ເປັນເຈົ້າການຊີ້ນໍາ-ນໍາພາຕາມຄວາມຮູ້ຄວາມສາມາດ, ໄດ້ນໍາເອົານິຕິກໍາຕ່າງໆ ທີ່ເປັນມູນເຊື້ອຂອງພັກ-ຂອງຊາດ ມູນເຊື້ອຂອງກອງທັບ ແລະ ມະຕິຕ່າງໆຂອງຂັ້ນ ເທິງລົງເຊື່ອມຊຶມສູ່ຮາກຖານຢ່າງເປັນປົກກະຕິ.

ວຽກງານຮັບປະກັນຊີວິດການເປັນຢູ່ ຕາມແນວທາງນະໂຍບາຍຂອງພັກ ແລະ ຮັກສາໄດ້ມູນເຊື້ອດຸໝັ່ນຂະຫຍັນພຽນເຊິ່ງສະແດງອອກ ຄື: ວຽກງານການປູກຝັງ ສາມາດປູກເຂົ້ານາປີໄດ້ 167,7 ໂຕ່ນ, ປູກມັນຕົ້ນໄດ້ 111 ໂຕ່ນ, ປູກຕົ້ນໄມ້ອຸດສາຫະກໍາໄດ້ 3.200 ຕົ້ນ, ປູກແຍ້ໄດ້ 32.050 ຕົ້ນ ແລະ ປູກຕົ້ນໄມ້ກິນໝາກໄດ້ 679 ຕົ້ນ.

ຈາກນັ້ນ ກໍ່ໄດ້ມອບໃບຢັ້ງຢືນ 3 ດີ 6 ຮັກສາ ໃຫ້ແກ່ບຸກຄົນ-ກົມກອງທີ່ມີຜົນງານດີເດັ່ນໃນວຽກງານສະຫະພັນນັກຮົບເກົ່າ ໃຫ້ກຽດມອບໂດຍ ທ່ານ ຄຳໝັ້ນ ໄຊຍະວົງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ພ້ອມນັ້ນທ່ານຍັງໄດ້ໂອ້ລົມວ່າ: ໃຫ້ສະມະຊິກສະຫະພັນນັກຮົບເກົ່າແຕ່ລະສະຫາຍຈົ່ງມີສະຕິໃນການຈັດຕັ້ງ ມີຄວາມສາມັກຄີເປັນປຶກແຜ່ນ ສຶກສາອົບຮົມປະຊາຊົນພາຍໃນບ້ານ ໃຫ້ມີນໍ້າໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນໃຫ້ສົມກັບວ່າ ເມືອງຄໍາເກີດໄດ້ປະກາດເປັນເມືອງສາມັກຄີປອງດອງແລ້ວໃນທ້າຍປີທີ່ຜ່ານມາ.

 

About admin11