ທ່ານຮອງນາຍົກລັດຖະມົນຕີເນັ້ນ ຖ້າພົບຜູ້ລະເມີດມາດຕະການຕ້ານ ໂຄວິດ ໃຫ້ໃຊ້ມາດຕະການຂັ້ນເດັດຂາດ

ກອງປະຊູມລະດັບຊາດວ່າດ້ວຍການຕ້ານ ແລະ ຄວບຄຸມພະຍາດຕິດຕໍ່ໄວຣັດ COVID 19 ໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 28 ເມສາ 2021 ຢູ່ທີ່ສຳນັກນາຍົກລັດຖະມົນຕີ ໂດຍພາຍໃຕ້ການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ຂັ້ນສູນກາງ, ມີຄະນະສະເພາະກິດຂັ້ນສູນກາງ ແລະ ແຂວງເຂົ້າຮ່ວມ ຜ່ານລະບົບກອງປະຊູມວິດີໂອທາງໄກ ຢູ່ແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ຂັ້ນແຂວງ ພ້ອມດ້ວຍຄະນະເຂົ້າຮ່ວມ.

ກອງປະຊຸມທາງໄກຜ່ານວີດີໂອຄຼອນເຟິເຣັ້ນ ກັບຄະນະສະເພາະກິດຂັ້ນສູນກາງ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ທ່ານ ບຸນເສັງ ປະທຳມະວົງ ໄດ້ລາຍງານການຈັດຕັ້ງປະຕິບັດ ບັນດາມາດຕະການຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021 ຕໍ່ສະພາບການຕິດຕາມຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ມາກວດຫາເຊື້ອ ແລະ ຈຳກັດບໍລິເວນ, ການກະກຽມຄວາມພ້ອມດ້ານສະຖານທີ່ປີ່ນປົວ, ສູນກັກກັນ ແລະ ດ້ານຄວາມພ້ອມບຸກຄະລະກອນແພດໝໍ, ອຸປະກອນການແພດ, ການປະສານງານລະຫວ່າງຄະນະສະເພາະກິດຂັ້ນແຂວງກັບເມືອງ, ການນຳເຂົ້າ-ສົ່ງອອກສີນຄ້າ ແລະ ການຈໍລະຈອນສີນຄ້າຢູ່ພາຍໃນແຂວງ, ສຳລັບແຂວງບໍລິຄຳໄຊ ມາຮອດປັດຈຸບັນໄດ້ເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດໂຄວິດ 19 ທັງໝົດ 5,193 ຕົວຢ່າງ, ຍັງລໍຖ້າຜົນກວດ 222 ຕົວຢ່າງ, ປັດຈຸບັນມີຜູ້ຕິດເຊື້ອ 2 ກໍລະນີຄື: ກໍລະນີຜູ້ຕິດເຊື້ອທີ່ 58 ຢູ່ບ້ານໂພນມຸງຄຸນເມືອງບໍລິຄັນ ມີຜູ້ສຳຜັດທັງໝົດ 67 ຄົນ ແລະ ກໍລະນີຜູ້ຕິດເຊື້ອ 221 ຢູ່ບ້ານສີວິໄລເມືອງປາກຊັນ ມີຜູ້ສຳຜັດທັງໝົດ 13 ຄົນ ປະຈຸບັນແມ່ນໄດ້ນຳເຂົ້າສູນກັກກັນ ແລະ ປິ່ນປົວຢູ່ໂຮງໝໍຊົ່ວຄາວ ຫຼັກ 6 ຂອງແຂວງ.

ໂອກາດນີ້ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ເໜັ້ນໜັກໃຫ້ທຸກໆແຂວງ ໃຫ້ສຶບຕໍ່ຈັດຕັ້ງປະຕິບັດ ບັນດາມາດຕະການ ທີ່ລັດຖະບານ ກໍ່ຄື ຄະນະສະເພາະກິດແຕ່ລະຂັ້ນວາງອອກຢ່າງເຂັ້ມງວດເດັດຂາດ, ສຶບຕໍ່ໂຄສະນາເຮັດວຽກງານແນວຄິດໃຫ້ປະຊາຊົນກໍ່ຄືສັງຄົມ ໃຫ້ການຮ່ວມມືຈັດຕັ້ງປະຕິບັດບັນດາມາດຕະການ ທີ່ໄດ້ວາງອອກໃຫ້ໄດ້ຮັບຜົນດີ, ໃຫ້ຮິບຮ້ອນເກັບກຳຂໍ້ມູນ ປະຫັວດການເຄື່ອນໄຫວຂອງຜູ້ຕິດເຊື້ອ ເພື່ອຊອກຫາຜູ້ສຳຜັດໄກ້ຊິດມາກວດຫາເຊື້ອພະຍາດ ເອົາໃຈໃສ່ສຶບຕໍ່ສັກຢາວັກຊີນປ້ອງກັນ ແລະ ສຸມໃສ່ປິ່ນປົວຄົນເຈັບຫາຍຂາດ, ສຶບຕໍ່ກວດກາລາດຕາເວນຕາມບໍລິເວນຊາຍແດນ ເພື່ອບໍ່ໃຫ້ມີການລັກລອບເຂົ້າ-ອອກເມືອງແບບຜິດກົດໝາຍ ຖ້າມີການພົບເຫັນຫຼືຝ່າຝືນ ແມ່ນໃຫ້ໃຊ້ມາດຕະການເດັດຂາດຕາມລະບຽບກົດໝາຍ, ກວດກາສະຖານທີ່ບໍລິການຕ່າງໆທີ່ຖຶກສັ່ງປິດຊົ່ວຄາວ ຫ້າມເດັດຂາມບໍ່ໃຫ້ມີການລັກລອບເປີດ ຈົນກວ່າຈະມີການອະນຸຍາດ, ເອົາໃຈໃສ່ເພີ່ມທະວີການຕອບໂຕ້ຂ່າວທີ່ບໍ່ເປັນຄວາມຈິງ ທີ່ສ້າງຄວາມບໍ່ສະຫງົບໃນສັງຄົມ ໃຫ້ທັນການ ແລະ ດຳເນີນຄະດີຕໍ່ຜູ້ກະທຳຜິດ, ສຶບຕໍ່ລາຍງານສະພາບການຕໍ່ຄະນະສະເພາະກິດຂັ້ນສູນກາງ ເພື່ອມີທິດຊີ້ນຳໃນການແກ້ໄຂ ໃນຂອບເຂດສິດຂອງຕົນ ທັງນີ້ກໍ່ເພື່ອເຮັດໃຫ້ການແກ້ໄຂການແຜ່ລະບາດພະຍາດຄັ້ງນີ້ໄດ້ໄວທີ່ສຸດ.

About admin11