ເມືອງປາກຊັນ ເອົາໃຈໃສ່ສະກັດກັ້ນ, ຄວບຄຸມ ການແຜ່ລະບາດຂອງພະຍາດ ໂຄວິດ 19

ໃນຕອນບ່າຍຂອງວັນທີ 28 ເມສາ 2021 ທ່ານ ໂພຄຳ ຈັນທະສຸກ ຮອງເຈົ້າເມືອງປາກຊັນ, ຫົວໜ້າຄະນະສະເພາະກິດຂັ້ນເມືອງ ໄດ້ໃຫ້ສຳພາດຜ່ານສື່ມວນຊົນ ກ່ຽວກັບມາດຕະການໃນການສະກັດກັ້ນ, ຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ 19.

ຫຼັງຈາກທີ່ມີແຈ້ງການຂອງຄະນະສະເພາະກິດຂັ້ນສູນກາງ, ແຂວງ, ເມືອງປາກຊັນກໍ່ໄດ້ຮີບຮ້ອນຜັນຂະຫຍາຍບັນດານິຕິກຳຂອງຂັ້ນເທິງຢ່າງຮີບດ່ວນ ເປັນຕົ້ນແມ່ນ ແຈ້ງການເລກທີ 09/ສພກ.ຂບຊ, ຄໍາສັ່ງຂອງທ່ານເຈົ້າແຂວງ ເລກທີ 05/, ຄຳສັ່ງແນະນຳຂອງຄະນະປະຈຳພັກແຂວງ ເລທີ 297 ແລະ ຄໍາແນະນໍາຂອງຄະນະສະເພາະກິດຂັ້ນແຂວງ ເລກທີ 10, ພ້ອມນີ້ ຍັງໄດ້ອອກຂໍ້ຕົກລົງຂອງເມືອງ ກ່ຽວກັບການແຕ່ງຕັ້ງ ຄະນະກໍາມະການ ເພື່ອຕິດຕາມການທ້ອນໂຮມເຮືອຫາປາ, ຫ້ອງການ ຖວທ ເມືອງ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງພະຍາດດັ່ງກ່າວ ຢູ່ບັນດາບ້ານພາຍໃນເມືອງຢ່າງທົ່ວເຖິງ ແລະ ແຕ່ງຕັ້ງທີມແພດເພື່ອຮັບຜິດຊອບປະຈຳຢູ່ສູນກັກກັນຜູ້ທີ່ມີຄວາມສ່ຽງ ຈຳນວນ 2 ບ້ານ.

ສະເພາະບ້ານສີວິໄລ ເມືອງປາກຊັນ ແຂວງບໍລິຄຳໄຊ ແມ່ນມີຜູ້ຕິດເຊື້ອພະຍາດ ໂຄວິດ 19 ແລະ ບ້ານສີສະອາດ ແມ່ນມີຜູ້ໃກ້ຊິດກັບກໍລະນີທີ່ຕິດເຊື້ອ, ສະນັ້ນ ຈຶ່ງໄດ້ອອກແຈ້ງການໃຫ້ປະຊາຊົນພາຍໃນ 2 ບ້ານດັ່ງກ່າວ ຖ້າບໍ່ມີຄວາມຈຳເປັນ ແມ່ນບໍ່ໃຫ້ອອກຈາກເຮືອນເດັດຂາດ ແລະ ໄດ້ໃຫ້ອຳນາດການປົກຄອງບ້ານ ໂດຍສະເພາະ ປກຊ – ປກສ ຂອງແຕ່ລະບ້ານ ປະຈຳຢູ່ຈຸດທີ່ມີທາງເຂົ້າ-ອອກ ແລະ ຈຸດເຊື່ອມຕໍ່ລະຫວ່າງບ້ານຕະຫຼອດ 24 ຊົ່ວໂມງ, ສ່ວນຜູ້ທີ່ໃກ້ຊິດກັບກໍລະນີຕິດເຊື້ອ ທາງຄະນະສະເພາະກິດແມ່ນໄດ້ກັກກັນໄວ້ຢູ່ສູນໂຮງຮຽນບ້ານໄຊມຸງຄຸນ ເພື່ອໃຫ້ແພດຕິດຕາມອາການ.

About admins16