4 ພາກສ່ວນປະກອບສ່ວນຕ້ານໂຄວິດ 19 ຢູ່ແຂວງ ບໍລິຄຳໄຊ ມູນຄ່າ 60 ລ້ານກວ່າກີບ

ໃນລະຫວ່າງວັນທີ 28-29 ເມສາ 2021 ໄດ້ມີຫຼາຍພາກສ່ວນປະກອບສ່ວນຕ້ານ ການລະບາດພະຍາດໂຄວີດ-19 ຢູ່ແຂວງບໍລິຄຳໄຊ, ໃນນັ້ນ ມີໂຮງງານຜະລິດແປ້ງມັນຕົ້ນ ທີທີແອວ ມອບເງິນ ສົດ 20.000.000 ກີບ ຮັບໂດຍທ່ານ ສົມໃຈ ຄູນພະໄຊ ຫົວໜ້າຫ້ອງວ່າການປົກຄອງແຂວງ, ທ່ານ ນາງແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈບໍລິຄຳໄຊ ຊ່ວຍເຫຼືອສັງຄົມພ້ອມຄະນະ ມອບຜ້າອັດປາກ-ດັງຈຳນວນ 15 ແກັດມູນຄ່າ 23.000.000 ກີບ ຮັບໂດຍທ່ານ ດຣ ບຸນຍັງ ພົມມະຈັນ ອຳນວຍການ ໂຮງໝໍແຂວງ ບໍລິຄຳໄຊ, ຈຸດປະສົງ ກໍ່ເພື່ອຕອບສະໜອງເຄື່ອງມືອຸປະກອນການແພດ ໃຫ້ແພດ, ໝໍ ນຳໃຊ້ເຂົ້າໃນວຽກງານວິຊາສະເພາະ.

ຈາກນັ້ນ ໃນເວລາຕໍ່ມາ ຢູ່ທີຫ້ອງຮັບຮອງຫ້ອງວ່າການແຂວງ ທ່ານ ຊອງກູຊິມ ຜູ້ອຳນວຍການ ບໍລິສັດ ບລູມມິງ ໄດ້ນຳເອົາຜ້າອັດປາກ-ດັງ ຈຳນວນ 1 ແກັດ ມອບໃຫ້ແຂວງ ບໍລິຄຳໄຊ ແລະ ທ່ານ ຄອນສະຫວັນ ສອນຄຳໄຊ ປະທານກູ່ມບໍລິສັດ ບີເອັມ ການຄ້າ ໄດ້ມອບເງິນສົດຈຳນວນ 20.000.000 ກີບ ກ່າວຮັບໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງ ບໍລິຄຳໄຊ ຫົວໜ້າສະເພາະກິດຂັ້ນແຂວງ.

ໂອກາດນີ້ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງ ບໍລິຄຳໄຊ ຕາງໜ້າໃຫ້ຄະນະພັກ-ຄະນະປົກຄອງແຂວງ ໄດ້ກ່າວຄຳຍ້ອງຍໍຊົມເຊີຍ ມາຍັງພາກສ່ວນຕ່າງໆ ທີ່ໄດ້ສະຫຼະທຶນຮອນສ່ວນຕົວ ປະກອບສ່ວນເຂົ້າໃນວຽກງານລວມ ທີ່ເປັນການຍົກກຳລັງແຮງໃນການເຄື່ອນໄຫວ ຄະນະສະເພາະກິດ ປ້ອງກັນ, ສະກັດກັ້ນ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຈະນໍາເອົາວັດຖຸ, ປັດໃຈຈຳນວນດັ່ງກ່າວນັ້ນ ເຂົ້າໃນວຽກງານປ່ອງກັນ, ຕ້ານ ການແຜ່ລະບາດຂອງພະຍາດໂຄວິດ – 19 ໃຫ້ເກີດປະໂຫຍດສູງສຸດ.

About admins14