ທ່ານຮອງນາຍົກລັດຖະມົນຕີ ລົງຢ້ຽມຢາມແຂວງບໍລິຄຳໄຊ

ພິທີຕອ້ນຮັບພານະທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ຈັດຂື້ນທີ່ຫ້ອງຮັບຮອງຂອງແຂວງ ໃນວັນທີ 15 ທັນວາ 2020 ໂດຍເປັນກຽດຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍການນຳຂອງແຂວງ ເນື່ອງໃນໂອກາດທ່ານໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ.

ເພື່ອເປັນການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງບໍລິຄຳໄຊ ໃຫ້ທ່ານຮອງນາຍົກຮັບຊາບ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ຍົກໃຫ້ເຫັນບາງວຽກງານທີ່ພົ້ນເດັ່ນ ເຊັ່ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນປະຈຸບັນ ແຂວງບໍລິຄຳໄຊ ໄດ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດມີການຂະຫຍາຍໂຕຢ່າງຕໍ່ເນື່ອງ ໃນລະດັບ 2,73% ຄິດເປັນມູນຄ່າ ມູນຄ່າ 5.878,26 ຕື້ກີບ, ສະເຫຼ່ຍລາຍຮັບໃສ່ພົນລະເມືອງໄດ້  2.732 ໂດລ່າຕໍ່ຄົນຕໍ່ປີ, ການຈັດເກັບລາຍຮັບພູດສູນກາງ ປະຕິບັດໄດ້ 294,82 ຕື້ກີບ ເທົ່າກັບ 66,41% ຂອງແຜນດັດແກ້ທັງໝົດ, ພູດທ້ອງຖິ່ນ 102,30 ຕື້ກີບເທົ່າກັບ 73,90% ຂອງແຜນດັດແກ້ທັງໝົດ ແລະ ຄາດຄະເນລາຍຮັບໝົດປີ ປະຕິບັດໄດ້ທັງໝົດ 541 ຕື້ກີບ ເທົ່າກັບ 90,91%, ການຜະລິດເຂົ້ານາປີ ປະຕິບັດໄດ້ 36.745 ຮຕ ເທົ່າກັບ 99,29%, ຄາດຄະເນຜົນຜະລິດເຂົ້າເປືອກບັນລຸ 143.258 ໂຕ່ນ, ປູກພືດສະບຽບອາຫານ ແລະ ພືດເປັນສິນຄ້າ 27.830 ຮຕ ລື່ນແຜນ 2,09%, ສຳລັບການສະກັນກັ້ນພະຍາດໂຄວິດ-19 ໄດ້ເກັບຕົວຢ່າງເພື່ອສົ່ງກວດວິເຄາະຊອກຫາເຊື້ອ ແຕ່ວັນທີ 4 ກຸມພາ ມາຮອດ 3 ທັນວາ 2020 ມີທັງໝົດ 2.421 ຕົວຢ່າງ, ໃຫ້ຜົນລົບທັງໝົດ ພິເສດແຂວງບໍລິຄຳໄຊ ໄດ້ສຳເລັດການສ້າງຕັ້ງຫ້ອງການບໍລິການເອກະສານຜ່ານປະຕູດຽວ, ໂຄງການກໍ່ສ້າງຂົວແມ່ນ້ຳຂອງແຫ່ງທີ V ບໍລິຄຳໄຊ-ບຶງການ ກໍ່ໄດ້ເລີ່ມລົງມືບຸກເບີກ ແລະ ກໍ່ສ້າງເສັ້ນທາງ ເພື່ອສືບຕໍ່ກໍ່ສ້າງຂົວ ແລະ ວຽກງານອື່ນໆ ກໍ່ໄດ້ມີບາດກ້າວຂະຫຍາຍຕົວກ້າວຂື້ນ.

ໃນວາລະທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ທີ່ທາງແຂວງຍາດມາໄດ້ ລວມທັງຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ແລະ ທ່ານຍັງໄດ້ໃຫ້ທິດຊີ້ນຳຕໍ່ຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນໃຫ້ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ, ຄຸ້ມຄອງສັງຄົມ ຕາມລະບຽບກົດໝາຍໃຫ້ເຂັ້ມຫງວດ, ປັບປຸງໂຄງສ້າງຂອງເສດຖະກິດ ໃຫ້ມີຄວາມສົມດູນ, ປຸກລະດົມຂົນຂວາຍ ໃຫ້ປະຊາຊົນບັນດາເຜົາ ເປັນກຳລັງແຮງເຂົ້າຮ່ວມ ໃນທຸກຂະບວນການພັດທະນາໃນທົ່ວສັງຄົມ, ນຳໃຊ້ທ່າແຮງບົ່ມຊ້ອນຂອງແຂວງແຕ່ລະດ້ານ ເພື່ອເປັນທ່າແຮງພັດທະນາເສດຖະກິດ-ສັງຄົມ, ຍົກລະດັບການຈັດເກັບລາຍຮັບໃຫ້ທັນສະໄໝ, ປັບປຸງ ແລະ ສົ່ງເສີມ ການທ່ອງທ່ຽວພາຍໃນ ໂດຍສະເພາະການທ່ອງທ່ຽວແບບແບບອະນຸລັກສິ່ງແວດລ້ອມ, ຮັກສາຮີດຄ້ອງປະເພນີ ແລະ ວິຖີຊີວິດ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ສົ່ງເສີມການລົງທຶນ ແລະ ຍົກລະດັບການຜະລິດກະສິກໍາ ໃຫ້ກາຍເປັນກະກິກຳສະອາດ ແລະ ປອດໄພ,  ພ້ອມນັ້ນທ່ານຍັງໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ, ພ້ອມທັງປັບປຸງແບບແຜນການດໍາລົງຊີວິດແບບໃໝ່ທີ່ດີ ຕິດພັນການປະຢັດມັດທະຍັດ, ຫັນມາສົ່ງເສີມ ແລະ ນຳໃຊ້ພະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ, ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງໃຫ້ເສດຖະກິດ, ຍົກລະດັບສີມືແຮງງານ ແລະ ສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນບັນດາເຜົ່າ ແລະ ອື່ນໆ.

ເນື່ອງໃນໂອກາດທີ່ໄດ້ລົງມາຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ມອບເງິນ ຈຳນວນ 100 ລ້ານກີບ ເພື່ອນຳໃຊ້ເຂົ້າໃນການພັດທະນາສ້າງສາເສດຖະກິດ-ສັງຄົມຂອງແຂວງ.

About admins14