2 ເມືອງພູດອຍ ເຊື່ອມຊືມມະຕິ VII ອົງຄະນະພັກແຂວງບໍລິຄຳໄຊ

     ໃນວັນທີ 11 ທັນວາ 2020 ເມືອງວຽງທອງ  ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມມະຕິກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງບໍລິຄຳໄຊຂື້ນ ຢູ່ຫ້ອງປະຊຸມ ຊັ້ນ III ຫ້ອງວ່າການເມືອງ ໂດຍເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ຂອງທ່ານ ທອງລິດ ສິດທິອໍາພາ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ມີຫົວໜ້າ, ຮອງຫ້ອງການ, ພະນັກງານຂົງເຂດ ເສດຖະກິດ, ວັດທະນະທຳ – ສັງຄົມ ເຂົ້າຮ່ວມ.

     ໃນການເຜີຍແຜ່ເຊື່ອມຊືມຄັ້ງນີ້ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ປະຊາຊົນບັນດາເຜົ່າຂອງແຂວງ ໄດ້ມີຄວາມເອກອ້າງທະນົງໃຈຕໍ່ຜົນສໍາເລັດທີ່ຍາດມາໄດ້ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄໍາໄຊ ຄັ້ງທີ VI ໄລຍະຜ່ານມາ ແລະ ຜົນການເລືອກຕັ້ງອົງຄະນະພັກແຂວງຄັ້ງທີ VII  ແລະ ເຂົ້າໃຈຢ່າງເລິກເຊີ່ງຕໍ່ທິດທາງແຜນການໃນໄລຍະປີ 2021 – 2025 ແລະ ແຜນພັດທະນາເສດທະກິດສັງຄົມຄັ້ງທີ່ 5 ປີ​ 2021-2025 ຂອງແຂວງ ພາຍໃຕ້ຄໍາຂັວນ ” ເພີ່ມທະວີບົດບາດການນໍາພາຂອງພັກ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ສ້າງການຫັນປ່ຽນສູ່ການພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ” ທັງນີ້ກໍ່ເພື່ອໃຫ້ສະມະຊິກພັກ,​ ພະນັກງານກຳໃຫ້ແໜ້ນແລ້ວນຳມາຜັນຂະຫຍາຍເປັນແຜນການ-ແຜນງານຂອງຕົນ ແລ້ວພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈີງຢ່າງມີປະສິດທິພາບສູງ.​

ໃນວັນດຽວກັນ ຢູ່ທີ່ຫ້ອງປະຊຸມໃຫຍ່ ຊັ້ນ II ຫ້ອງວ່າການ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງບໍລິຄຳໄຊ ຂື້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງທ່ານ ໂກ່ ໄຊສົມບັດ ເຈົ້າເມືອງໄຊຈໍາພອນ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ສອງກຳລັງ ປກຊ-ປກສ ເມືອງ ພ້ອມດ້ວຍພະນັກງານລັດຖະກອນ, ເລຂາພັກກຸ່ມບ້ານ ເຂົ້າຮ່ວມ.

About admin11