ກອງພັນໃຫຍ່ 621 ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງປະຈໍາຢູ່ບ້ານ ຄອນຕ່າວ ແລະ ບ້ານນາໂທ

ຕອນເຊົ້າຂອງວັນທີ 11 ທັນວາ 2020 ຢູ່ຫ້ອງການບ້ານຄອນຕ່າວ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຂອງກອງພັນໃຫຍ່ 621 ປະຈໍາຢູ່ບ້ານ ຄອນຕ່າວ ແລະ ບ້ານນາໂທຂື້ນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວົງສີ ທອງສີອິນທິປັນຍາ ຄະນະປະຈຳພັກແຂວງ, ເຈົ້າເມືອງວຽງທອງ, ທ່ານ ພັອ ວິລະຈິດ ວິວາວົງ ຫົວໜ້າການທະຫານກອງພັນໃຫຍ່ 621, ມີພະນັກກໍ່ສ້າງຮາກຖານການເມືອງ, ອົງການປົກຄອງບ້ານ 2 ບ້ານ ແລະ ປະຊາຊົນເຂົ້າຮ່ວມ.

ທ່ານ ພັທ ສຸວັນໄຊ ອິນທະວົງ ຫົວໜ້າຂະແໜງກໍ່ສ້າງຮາກຖານ ໄດ້ຂຶ້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ໄລຍະ 1 ເດືອນ ຜ່ານມາວ່າ: ບ້ານ ຄອນຕ່າວ ແລະ ບ້ານ ນາໂທ ມີ 475 ຄອບຄົວ, 381 ຫຼັງຄາເຮືອນ, ມີ 3 ຊົນເຜົ່າ ຄື: ເຜົ່າລາວລຸ່ມ, ເຜົ່າມົ້ງ ແລະ ເຜົ່າພ້ອງ, ມີພົນລະເມືອງທັງໝົດ 2489 ຄົນ, ຍິງ 1256 ຄົນ.

ຜ່ານການຈັດຕັ້ງປະຕິບັດ ທີມງານກໍ່ສ້າງຮາກຖານການເມືອງ ໄດ້ນໍາເອົາເອກະສານແນວທາງຂອງພັກ – ກົດໝາຍຂອງລັດ ລົງເຜີຍແຜ່ເຊື່ອມຊືມ ໃຫ້ແກ່ພໍ່ແມ່ປະຊາຊົນ ທັງສອງບ້ານໃຫ້ເຂົ້າໃຈ ແລ້ວພ້ອມກັນຕື່ນຕົວປະກອບສ່ວນກັບທຸກວຽກງານຂອງບ້ານ, ບຳລູງສ້າງພະນັກງານຂັ້ນບ້ານໃຫ້ເຄື່ອນໄຫວໜ້າທີ່ຖືກຕາມ 5 ໜ່ວຍງານ, ເອົາໃຈໃສ່ຕິດຕາມການສວຍໃຊ້ສາສະໜາໄປທາງທີ່ຜິດ, ຕິດຕາມສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ປຸກລະດົມຄວາມສາມັກຄີປອງດອງຢ່າງແໜ້ນແຟ້ນຂອງປະຊາຊົນ, ເອົາໃຈໃສ່ ຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເພື່ອເຮັດໃຫ້ 2 ບ້ານນີ້ມີຄວາມສະຫງົບສຸກ.

About admin11