ທ່ອງທ່ຽວ ແລະ ວັດທະນະທໍາ ຄວ້າແຊມງານກິລາທົ່ວພະແນກ ຖວທ

ເພື່ອເປັນການສ້າງຂະບວນການ ສະເຫຼີມສະຫຼອງວັນລັດຖະທໍາມະນູນ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021), ວັນສື່ມວນຊົນລາວ ແລະ ການພິມຈໍາໜ່າຍ ຄົບຮອບ 7ົ1 ປີ (13 ສິງຫາ 1950-13 ສິງຫາ 2021) ແລະ ວັນສໍາຄັນຕ່າງໆຂອງຊາດ ໃນວັນທີ 13 ສິງຫາ 2021 ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ໄດ້ຈັດການແຂ່ງຂັນກິລາເປຕັ່ງຂຶ້ນ ຢູ່ເດີ່ນຂອງຕົນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ, ມີຄະນະພະແນກ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.

ການແຂ່ງຂັນແມ່ນມີ 2 ປະເພດ ຄື: ເປຕັງທິມຊາຍ ແລະ ທິມຍິງ, ໂດຍມີ 10 ທີມເຂົ້າຮ່ວມການແຂ່ງຂັນ ຄື: ປະເພດທີມຊາຍ ມີ 5 ທີມ ແລະ ທີມຍິງ ມີ 5 ທີມ, ການແຂ່ງຂັນດໍາເດີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ເຕັມໄປດ້ວຍຄວາມສາມັກຄີຮັກແພງເຊີ່ງກັນ ແລະ ກັນ, ໃນຮອບຊີງຊະນະເລີດ ທີມຊາຍ ເປັນການພົບກັນລະຫວ່າງ ທີມຂະແໜງທ່ອງທ່ຽວ ພົບກັບ ທີມຂະແໜງວັດທະນະທໍາ.

ບັນຍາກາດຂອງຄູ່ຊີງຊະນະເລີດ ແມ່ນດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ, ຕ່າງຝ່າຍຕ່າງກໍ່ມີການວາງແຜນ ແລະ ແກ້ເກມກັນຢ່າງເຕັມທີ່ ແຕ່ສຸດທ້າຍທີມວັດທະນະທຳ ສູ້ການເຂົ້າທີ່ລະອຽດ ແລະ ການຕີທີ່ແມ່ນຍຳ ຂອງທີມທ່ອງທ່ຽວ ບໍ່ໄດ້, ເສຍໄຊໄປຢ່າງໜ້າເສຍດາຍ ດ້ວຍຄະແນນ 9 ຕໍ່ 7 ຄະແນນ, ອັນດັບ 2 ທີມວັດທະນະທໍາ ແລະ ອັນດັບທີ 3 ແມ່ນທີມບໍລິຫານ.

ສໍາລັບທີມຍິງ ໃນຮອບຊີງຊະນະເລີດ ເປັນການພົບກັນລະຫວ່າງ ທີມວັດທະນະທໍາ ພົບກັບ ທີມບໍລິຫານ ຜົນປະກົດວ່າທີມວັດທະນະທໍາ ສາມາດຍາດເອົາໄຊຊະນະໄປໄດ້ ດ້ວຍຄະແນນ 9 ຕໍ່ 6  ແລະ ອັນດັບທີ 3 ທີມຖະແຫຼງຂ່າວ.

ທິມທີ່ໄດ້ລາງວັນຊະນະເລີດຄັ້ງນີ້ ແມ່ນໄດ້ຮັບຂັນລາງວັນຂອງທ່ານຫົວພະແນກ ຖວທ ແຂວງ, ໃຫ້ກຽດມອບຂັນລາງວັນໃນຄັ້ງນີ້ໂດຍ ທ່ານ ອຸດອນ ສອນສຸລິນ.

About admins14