ສະພາປະຊາຊົນແຂວງ ຫວນຄືນມູນເຊື້ອ ວັນລັດຖະທຳມະນູນ ຄົບຮອບ 30 ປີ

ສະພາປະຊາຊົນແຂວງ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງລັດຖະທຳມະນູນ ໄດ້ຈັດຂຶ້ນໃນວັນທີ 13 ສິງຫາ 2021 ຢູ່ຫ້ອງປະຊຸມຂອງຕົນ ເຂົ້າຮ່ວມ ແລະ ຫວນຄືນມູນເຊື້ອໂດຍ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານປະຊາຊົນແຂວງບໍລິຄໍາໄຊ, ມີສະມາຊິກສະພາປະຊາຊົນແຂວງ, ພະແນກຍຸຕິທໍາ, ສານປະຊາຊົນ, ໄອຍະການປະຊາຊົນ ເຂົ້າຮ່ວມ.

ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ໄລຍະທຳອິດເປັນໄລຍະຮຳບາດແຜຈາກສົງຄາມ, ເຕົ້າໂຮມສາມັກຄີອັນເປັນປຶກແຜ່ນ ແລະ ວຽກງານປອງດອງຊາດ, ຮອດປີ 1986 ພັກໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານ ໂດຍໄດ້ຫັນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມ ໄປສູ່ລັດຖະທຳມະນູນ ແລະ ກົດໝາຍຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ.

ສະພາປະຊາຊົນສູງສຸດ ຊຸດທີ II ຈຶ່ງໄດ້ພິຈາລະນາ, ຮັບຮອງເອົາລັດຖະທຳມະນູນສະບັບທຳອິດ ຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ໃນຄັັ້ງວັນທີ 14 ສິງຫາ ປີ 1991 ແລະ ປະທານປະເທດໄດ້ອອກລັດຖະດຳລັດປະກາດໃຊ້ ໃນວັນທີ 15 ສິງຫາ ປີ 1991, ປະກອບມີ 10 ໝວດ, 80 ມາດຕາ.

ສະພາແຫ່ງຊາດ ຊຸດທີ V ໄດ້ພິຈາລະນາ ແລະ ຮັບຮອງເອົາ ລັດຖະທຳມະນູນສະບັບປັບປຸງ ແລະ ຖືກປະກາດໃຊ້ ໃນວັນທີ 28 ພຶດສະພາ 2003, ປະກອບມີ 11 ໝວດ 98 ມາດຕາ ແລະ ເພື່ອຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ຄັ້ງທີ IX ຂອງພັກ ໃຫ້ເຂົ້າສູ່ວຽກງານຕົວຈິງ ເປັນຕົ້ນການປັບປຸງລະບົບອຳນາດແຫ່ງລັດ ແຕ່ສູນກາງລົງຮອດທ້ອງຖິ່ນໃຫ້ມີປະສິດທິພາບສູງ, ມີຄວາມເໝາະສົມກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃນໄລຍະໃໝ່ ສະພາແຫ່ງຊາດໄດ້ພິຈາລະນາ ແລະ ຮັບຮອງເອົາ ລັດຖະທຳມະນູນສະບັບປັບປຸງ ປີ 2015 ທີ່ປະກອບມີ 14 ໝວດ 119 ມາດຕາ.

ພ້ອມກັນນັ້ນ ຍັງໄດ້ຮັບຟັງການຖ່າຍທອດສົດ ງານໂຮມຊຸມນຸມມິດຕີ່ງ ສະເຫຼີມສະຫຼອງວັນລັດຖະທໍາມະນູນ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021) ທີ່ໄດ້ຈັດຂຶ້ນຢູ່ຫໍປະຊຸມສະພາແຫ່ງຊາດ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີການນໍາຂັນສູງຂອງພັກ ແລະ ລັດ, ອະດີດການນໍາ, ພະນັກງານບໍານານອາວຸໂສ ແລະ ພາກສວ່ານກ່ຽວຂ້ອງເຂົ້າຮ່ວມ.

About admins14