ຖວທ ແຂວງ ຮັບຟັງການທ່າຍທອດສົດ ງານໂຮມຊຸມນຸມມີດຕິີ່ງ ສະເຫຼີມສະຫຼອງວັນລັດຖະທຳມະນູນ ຄົບຮອບ 30 ປີ

ໃນວັນທີ 13 ສິງຫາ 2021 ຢູ່ພະແນກຖະແຫຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກ ຖວທ ແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານລັດຖະກອນ ໄດ້ເຂົ້າຮ່ວມຮັບຟັງການຖ່າຍທອດສົດ ງານໂຮມຊຸມນຸມມິດຕີ່ງ ສະເຫຼີມສະຫຼອງວັນລັດຖະທໍາມະນູນ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021) ທີ່ໄດ້ຈັດຂຶ້ນຢູ່ຫໍປະຊຸມສະພາແຫ່ງຊາດ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີການນໍາຂັນສູງຂອງພັກ ແລະ ລັດ, ອະດີດການນໍາ, ພະນັກງານບໍານານອາວຸໂສ ແລະ ພາກສວ່ານກ່ຽວຂ້ອງເຂົ້າຮ່ວມ.

ງານໂຮມຊຸມນຸມມິດຕີ່ງຄັ້ງນີ້ ໄດ້ຮັບຟັງສູນທອນພົດຂອງ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໂດຍໄດ້ສະແດງໃຫ້ເຫັນເຖິງການຊີ້ນໍາ, ຫວນຄືນ ຂະບວນການແຫ່ງການຕໍ່ສູປະຕິວັດ ໃນພາລະກິດປົດປ່ອຍຊາດ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ຫວນຄືນເຖິງຂະບວນວິວັດ ຂອງການສ້າງຕັ້ງລັດປະຊາທິປະໄຕ ປະຊາຊົນລາວ ກໍ່ຄືການກໍາເນີດ ແລະ ຂະຫຍາຍຕົວຂອງລັດເຮົາ ໂດຍສະເພາະແມ່ນຂະບວນວິວັດແຫ່ງການສ້າງ, ປະກາດໃຊ້, ຂະບວນການປັບປຸງ ແລະ ປະຕິບັດລັດຖະທໍາມະນູນ ແຫ່ງ ສປປລາວ ບົນພື້ນຖານແນວຄິດຊີ້ນໍາຂອງທ່ານປະທານ ໄກສອນ ພົມວິຫານ.

ໂດຍໃນຕອນໜຶ່ງຂອງບົດສູນທອນພົດ ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວວ່າ “ພັກ-ລັດ ຍາມໄດກໍ່ຍືດໝັ້ນ ຫັນການປະຕິບັດຢ່າງໜັກແໜ້ນ ດ້ານການປົກຄອງ, ຄຸ້ມຄອງສັງຄົມ ໂດຍລັດຖະທໍາມະນູນ, ລັດ ປົກຄອງ, ປົກປ້ອງສິດເສລີພາບ, ອິດສະພາບ ແລະ ສິດປະຊາທິປະໄຕຂອງປະຊາຊົນ ທີ່ບໍ່ມີໃຜລ່ວງລະເມີດໄດ້, ທຸກອົງການ ແລະ ພະນັກງານຂອງລັດ ຕ້ອງໂຄສະນາເຜີຍແຜ່, ອົບຮົມບັນດ້ານນະໂຍບາຍ, ກົດໝາຍ ແລະ ລຽບການຕ່າງໆ ໃຫ້ປະຊາຊົນຮັບຮູ້ຢ່າງກວ້າງຂວາງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເຂັ້ມງວດ ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນ, ລັດປະຊາທິປະໄຕປະຊາຊົນເຮົາ ແມ່ນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ເຮັດໃຫ້ປະຊາຊົນເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ”.

ຫຼັງຈາກນັ້ນ ທ່ານ ອຸດອນ ສອນສຸລິນ ຍັງໄດ້ຫວນຄືນມູນເຊື້ອວັນສື່ມວນຊົນລາວ ແລະ ການພິມຈໍາໜ່າຍ ຄົບຮອບ 7ົ1 ປີ ( 13 ສິງຫາ 1950-13 ສິງຫາ 2021 ) ໂດຍທ່ານໄດ້ຍົກໃຫ້ເຫັນການກໍາເນີດ, ການຂະຫຍາຍຕົວ, ຄວາມໝາຍ, ຄວາມສໍາຄັນຂອງວັນດັ່ງກ່າວ ແລະ ຜົນງານທີ່ຍາດມາໄດ້ໃນແຕ່ລະໄລຍະ, ພ້ອມທັງຍົກໃຫ້ເຫັນເຖິງການເຄື່ອນໄຫວ, ການຂະຫຍາຍຕົວ ແລະ ຜົນງານ ຂອງວຽກງານສື່ມວນຊົນ ແລະ ການພີມຈໍາໜ່າຍ ຂອງແຂວງບໍລິຄໍາໄຊ.

ເພື່ອເປັນການສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ທ່ານຫົວໜ້າພະແນກ ຖວທ ແຂວງ ຍັງໄດ້ມອບກະຕ່າຂອງຂວັນ ໃຫ້ກອງສະຖານີວິທະຍຸ-ໂທລະພາບ, ກອງເວັບໄຊ້ ແລະ ສໍາເນົາຟີມ ແລະ ກອງໜັງສືພິມ ຕາງໜ້າຮັບໂດຍຫົວໜ້າກອງທັງ 3 ກອງ.

About admins14