ທົ່ວແຂວງບໍລິຄຳໄຊ ມີບ້ານວັດທະນະທຳກວມເອົາ 96,47% ແລະ ຄອບຄົວວັດທະນະທຳ 89,56%

ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທົ່ວແຂວງບໍລິຄຳໄຊ ປະຈຳປີ 2021 ໄດ້ຈັດຂຶ້ນໃນວັນທີ 25 ມີນາ 2022 ຢູ່ຫ້ອງປະຊຸມຂອງຕົນ ໃຫ້ກຽດເປັນປະທານໂດຍທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງບໍລິຄຳໄຊ, ມີຄະນະພະແນກ, ຂະແໜງການ, ຖວທ 7 ເມືອງ, ພະນັກງານລັດຖະກອນພາຍໃນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງລາຍງານວຽກງານທີ່ພົ້ນເດັ່ນ ຈາກທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກ ຖວທ ແຂວງ ໂດຍທ່ານໄດ້ຍົກໃຫ້ເຫັນວ່າ ໃນ 1 ປີຜ່ານມາ ຄະນະນໍາທຸກຂັ້ນ ໄດ້ສຸມໃສ່ຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນ ວຽກງານຖະແຫຼງຂ່າວ – ສື່ມວນຊົນ, ວຽກງານວັດທະນະທຳ ແລະ ວຽກທ່ອງທ່ຽວ.

ປະຈຸບັນ  ທົ່ວແຂວງມີ 5 ສະຖານີ, ມີເວບໄຊ້, ໜັງສືພິມ, ເຟດບຸກ ເຮັດໃຫ້ຕາໜ່າງຂ່າວມີຄວາມຫຼາກຫຼາຍ – ອຸດົມສົມບູນ, ການສົ່ງຂ່າວໃຫ້ວິທະຍຸ – ໂທລະພາບ ຈັດຢູ່ໃນອັນດັບຕົ້ນໆຂອງປະເທດ, ພ້ອມນັ້ນ ສື່ໂທລະໂຄ່ງຂອງເມືອງ ແລະ ບ້ານໄດ້ເຮັດໜ້າທີ່ເປັນຢ່າງດີ.

ບ້ານວັດທະນະທຳກວມເອົາ 96,47%, ຄອບຄົວວັດທະນະທຳ 89,56% ແລະ ໄດ້ຖືເອົາວຽກງານທ່ອງທ່ຽວ ເປັນວຽກງານສຳຄັນ ປະກອບສ່ວນສ້າງສາພັດທະນາແຂວງ, ໃນປີທີ່ຜ່ານມາໄດ້ສຳເລັດກິດຈະກຳລາວທ່ຽວລາວ 2 ກິດຈະກຳ ຄື: ເທດສະການອາຫານທ້ອງຖິ່ນແຂວງ ຢູ່ເມືອງຄຳເກີດ ແລະ ກິດຈະກຳທັດສະນະສຶກສາຂອງສື່ມວນຊົນທ່ຽວຊົມແຫຼ່ງທ່ອງທ່ຽວພາຍໃນແຂວງ, ປີ 2022 ຈະສູ້ຊົນດຶງດູດນັກທ່ອງທ່ຽວ ໃຫ້ໄດ້ 105.000 ເທື່ອຄົນ.

About admins16