ບາງວຽກງານສໍາຄັນ ທີ່ ຖວທ ແຂວງ ແລະ ເມືອງ ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດ ໃນປີ 2022

ເພື່ອເຮັດໃຫ້ວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນກະບອກສຽງທີ່ແຫຼມຄົມຂອງພັກ – ລັດ, ສາມາດປະກອບສ່ວນເຂົ້າໃນວຽກງານພັດທະນາເສດຖະກິດ – ສັງຄົມ ໃຫ້ໄດ້ຮັບຜົນດີ ຈະຕ້ອງສຸມໃສ່ຫຼາຍວຽກງານ, ທ່ານ ບຸນຄໍາ ໄຊເຍ່ຍລໍວື່ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງບໍລິຄຳໄຊ ໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທົ່ວແຂວງບໍລິຄຳໄຊ ປະຈຳປີ 2021 ທີ່ໄດ້ຈັດຂຶ້ນໃນວັນທີ 25 ມີນາ 2022 ທີ່ຫ້ອງປະຊຸມຂອງຕົນ.

ໃນປີ 2021 ມີຫຼາຍວຽກງານພົ້ນເດັ່ນ ເປັນຕົ້ນແມ່ນມີຕາໜ່າງຂ່າວທີ່ຫຼາກຫຼາຍ – ອຸດົມສົມບູນ, ບ້ານວັດທະນະທຳ ແລະ ຄອບຄົວວັດທະນະທຳ ສາມາດປະຕິບັດໄດ້ຕາມຄາດໝາຍ ແລະ ວຽກງານທ່ອງທ່ຽວ ກໍ່ໄດ້ຮັບຄວາມເອົາໃຈໃສ່ສູງ, ແຕ່ເຖິງຢ່າງໃດກໍ່ຕາມ ຍັງມີຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຕ້ອງໄດ້ນໍາໄປປັບປຸງແກ້ໄຂໃນຕໍ່ໜ້າ ເຊັ່ນ: ການປະສານງານລະຫວ່າງແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ຍັງບໍ່ທັນກົມກຽວຕໍ່ເນື່ອງ, ຍັງຂາດອຸປະກອນຮັບໃຊ້ຈໍານວນໜຶ່ງ ແລະ ຄວາມເຂົ້າໃຈ, ການຮ່ວມມືປະກອບສ່ວນຂອງສັງຄົມ ຍັງບໍ່ທັນກວ້າງຂວາງ.

ຕໍ່ກັບຂໍ້ຄົງຄ້າງດັ່ງກ່າວ ທ່ານ ບຸນຄຳ ໄຊເຍ່ຍລໍວື່ ຍັງໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມ ໂດຍສະເພາະແມ່ນໃຫ້ສຸ່ມໃສ່ ແລະ ຖືເອົາວຽກງານການເມືອງ-ແນວຄິດ ເປັນສຳຄັນ, ພັດທະນາວຽກງານສື່ມວນຊົນໃຫ້ກວ້າງຂວາງ ລົງເຖີງຮາກຖານທອງຖິ່ນ ດ້ວຍຫຼາຍຮູບຫຼາຍສີ, ແຫຼມຄົມ ແລະ ຫັນເປັນທັນສະໄໝ, ຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານ ແລະ ພາກສ່ວນກ່ຽວຂ້ອງ, ປັບປຸງ ແລະ ພັດທະນາແຫ່ງທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ ພ້ອມທັງສົ່ງເສີ່ມ ແລະ ພັດທະນາອາຊີບ ໃຫ້ແກ່ປະຊາຊົນທ້ອງຖິ່ນ ແລະ ວຽກງານອື່ນໆ.

About admins14