ກອງປະຊຸມວິຊາການພະແນກ ຖວທ ແຂວງ ປະຈຳປີ 2021

ກອງປະຊຸມສະຫຼຸບວຽກງານປະຈຳປີ 2021 ແລະ ທິດທາງແຜນການ 2022 ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ມີນາ 2022 ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ອຸດອນ ສອນສຸລິນ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງ, ມີຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ກອງວິຊາການ ແລະ ຫົວໜ້າຫ້ອງການ ຖວທ 7 ຕົວເມືອງ ເຂົ້າຮ່ວມ.

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ປະກອບມີ 6 ຂະແໜງ ແລະ 6 ກອງວິຊາການທີ່ຂຶ້ນກັບ, ປະກອບມີພະນັກງານ – ລັດຖະ ກອນທັງໝົດ 165 ຄົນ, ຍິງ 69 ຄົນ, ໃນນັ້ນ ຂັ້ນພະແນກມີ 91 ຄົນ, ຍິງ 40 ຄົນ, ຂັ້ນເມືອງ 74 ຄົນ, ຍິງ 29 ຄົນ.

ໃນໄລຍະ 1 ປີຜ່ານມາ ຄະນະພັກ, ຄະນະພະແນກ ໄດ້ເປັນເຈົ້າການໃນການສຶກສາອົບຮົມການເມືອງແນວຄິດເປັນວຽກງານຕົ້ນຕໍ ເຮັດໃຫ້ສະມະຊິກພັກ, ພະນັກງານ – ລັດຖະກອນ ມີແນວຄິດຫລັກໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ມີຄວາມສາມັກຄີເປັນເອກະພາບໃນການເຄື່ອນໄຫວວຽກງານ ຈົນສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານຄື: ຈັດຕັ້ງເຊື່ອມຊຶມເອກະສານສຳຄັນໄດ້ 9 ຄັ້ງ ມີ 21 ເນື້ອໃນເອກະສານ, ເຂົ້າຮ່ວມຟັງປາຖະກະຖາວັນສຳຄັນຕ່າງໆຂອງແຂວງຈັດຂຶ້ນໄດ້ 13 ຄັ້ງ.

ທົ່ວແຂວງມີລະບົບໂທລະໂຄງທັງໝົດ 271 ບ້ານ ເທົ່າກັບ 95,42%, ເອົາໃຈໃສ່ໂຄສະນາເຜີຍແຜ່ຜ່ານສື່ວິທະຍຸ – ໂທລະພາບ ໃຫ້ສັງຄົມຮັບຮູ້ເຂົ້າໃຈ ກ່ຽວກັບການສະກັດກັ້ນ, ຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ-19 ໃນແຕ່ລະໄລຍະ.

ມາສາມາດລົງເກັບກໍາຂ່າວ ແລະ ຂຽນຂ່າວໄດ້ 757 ຂ່າວ ເທົ່າກັບ 90,11%, ລາຍງານຂ່າວໃຫ້ວິທະຍຸ ກະຈາຍສຽງແຫ່ງຊາດໄດ້ 409 ຂ່າວ ເທົ່າກັບ 83,13%, ສົ່ງຂ່າວໃຫ້ໂທລະພາບແຫ່ງຊາດໄດ້ 1.030 ຂ່າວ ເທົ່າກັບ 114,44%, ໂທລະພາບລາວສະຕຣາເຊີແນວ 361 ຂ່າວ ເທົ່າກັບ 429,76 %, ຕັດຕໍ່ຂ່າວອອກໂທລະພາບແຂວງ ໄດ້ 1.488 ຂ່າວ ເທົ່າກັບ 136,26%, ອ່ານຂ່າວອອກວິທະຍຸໄດ້ 2.804 ຂ່າວ ເທົ່າກັບ 233,66 %, ລົງຂ່າວອອກທາງເຟຣດບຸກ ໄດ້ 1.276 ຂ່າວ ເທົ່າກັບ 161,11 %, ເຂົ້າລາຍການໂທລະສັບບອກຂ່າວໄດ້ 48 ຄັ້ງ, ອັດລາຍການບໍລິຄຳໄຊພັດທະນາໄດ້ 48 ຄັ້ງ.

ເກັບກໍາຂ່າວ, ປັບປຸງເນື້ອໃນໜ້າເວັບໄຊ ສາມາດອັບໂຫຼດຂ່າວປະຈໍາວັນໄດ້ 1.053 ຂ່າວ, ຮັບຂ່າວຈາກ ພະແນກການ ແລະ ເມືອງສົ່ງໃຫ້ 670 ຂ່າວ, ກາບກອນ-ກະວີ ໄດ້ 49 ກອນ, ບົດເສດຖະກິດ-ສັງຄົມ 28 ບົດ, ບົດວີຖີຊາວບ້ານໄດ້ 25 ບົດ, ສຳເລັດການຕັດຕໍ່ຟີ່ມກອງປະຊຸມໃຫຍ່ອົງຄະນະພັກເມືອງປາກກະດິງ, ທ່າພະບາດ ຄັ້ງ ທີ VII, ສ້າງສາລະຄະດີກິດຈະກຳລາວທ່ຽວລາວ ຢູ່ເມືອງທ່າພະບາດ ແລະ ເມືອງບໍລິຄັນ ໄດ້ 2 ເລື່ອງ.

ຜະລິດໜັງສືພີມໄດ້ 12.400 ສະບັບ ເທົ່າກັບ 59,61% ຂອງແຜນການປີ, ຈຳໜ່າຍ ແລະ ແຈກຢາຍໄດ້ 9.598 ສະບັບ, ສົ່ງຂ່າວໃຫ້ໜັງສືພີມສູນກາງໄດ້ 493 ຂ່າວ, ກວດແກ້ຂ່າວລົງໜັງສືພິມໄດ້ 784 ຂ່າວ, ຂຽນບົດ ໄດ້ 12 ບົດ, ອັບຂ່າວລົງເຟສບຸກໜັງສືພິມໄດ້ 358 ຂ່າວ.

ຄຸ້ມຄອງຕິດຕາມ, ກວດກາ ແລະ ເກັບກຳສະຖິຕິປ້າຍໂຄສະນາ ໃນທົ່ວແຂວງໄດ້ທັງໝົດ 1,075 ປ້າຍ ໃນນັ້ນ ຂັ້ນແຂວງຄຸ້ມຄອງ ມີ 20 ຫົວໜ່ວຍ ມີຈຳນວນ 340 ປ້າຍ, ຂັ້ນເມືອງຄຸ້ມຄອງ 735 ຝ່າຍ, ລົງຕິດປ້າຍຄຳຂັວນເພື່ອຕ້ອນຮັບການສະເຫຼີມສະຫຼອງວັນສ້າງຕັ້ງລັດຖະທຳມະນູນ ໄດ້ 4 ປ້າຍ.

ສຳເລັດຈັດກິດຈະກຳ ເພື່ອສົ່ງເສີມການທ່ອງທ່ຽວ ( ລາວທ່ຽວລາວ) ເທດສະການອາຫານທ້ອງຖິ່ນ ຂອງແຂວງບໍລິຄຳໄຊ ທີ່ເມືອງຄຳເກີດ ແລະ ຈັດທັດສະນະສຶກສາໃຫ້ສື່ມວນຊົນຢ້ຽມຢາມສະຖານທີ່ທ່ອງທ່ຽວຂອງແຂວງ ລວມ 2 ຄັ້ງ ເທົ່າກັບ 100%, ລົງສຳຫຼວດການຈ້າງງານ, ທັກສະສີມືແຮງງານຂອງວິສະຫະກິດ ການທ່ອງທ່ຽວ ແລະ ໂຮງແຮມໃນທົ່ວແຂວງຕາມການເລືອກຂອງຜູ້ສະໜອງທຶນ ໄດ້ 73 ຫົວໜ່ວຍ ໃນ 6 ຕົວ ເມືອງ ໂຄສະນາການທ່ອງທ່ຽວຜ່ານສື່ມວນຊົນຈັດລາຍການ “ທ່ອງທ່ຽວແບບຍືນຍົງ” ອອກອາກາດທາງວິທະຍຸ ແຂວງ ໄດ້ 39 ຄັ້ງ, ລົງໜ້າໜັງສືພີມແຂວງໄດ້ 22 ເລື່ອງ, ອອກອະນຸຍາດສຶບຕໍ່ດຳເນີນທຸລະກິດທ່ອງທ່ຽວ ໄດ້ 4 ຫົວໜ່ວຍ ແລະ ວຽກອື່ນໆກໍ່ເຫັນວ່າໄດ້ຮັບຜົນສຳເລັດເປັນສ່ວນຫຼາຍ.

ກອງປະຊຸມ ຍັງໄດ້ຮັບຟັງການລາຍງານບາງວຽກງານທີ່ພົ້ນເດັ່ນຈາກບັນດາເມືອງ, ຂະແໜງການ, ກອງວິຊາການ ແລະ ສະເໜີຈຸດດີ – ຈຸດອ່ອນ ເພື່ອຈະໄດ້ພ້ອມກັນແກ້ໄຂໃຫ້ໄດ້ຮັບຜົນສຳເລັດໃນຕໍ່ໜ້າ.

About admins16