ທະນາຄານເອຊີລີດາ ລາວ ຈຳກັດ ສາຂາບໍລິຄຳໄຊ ສາມາດສະໜອງສິນເຊື່ອ ດ້ວຍອັດຕາດອກເບ້ຍເລີ່ມຕົ້ນ 7,99% ຕໍ່ປີ

ທະນາຄານເອຊີລີດາ ກໍ່ເປັນອີກຊ່ອງທາງໜຶ່ງທີ່ສາມາດຕອບສະໜອງສິນເຊື່ອ ໃຫ້ແກ່ລູກຄ້າໄດ້ເປັນຢ່າງດີ ສຳລັບຜູ້ທີ່ຕ້ອງການເຮັດທຸລະກິດໃດໜຶ່ງ ທ່ານ ຄຳຫຼ້າ ສີສະຫວາດ ຜູ້ອຳນວຍການທະນາຄານເອຊີລີດາ ລາວ ຈຳກັດ ສາຂາແຂວງບໍລິຄຳໄຊ ໄດ້ສຳພາດຜ່ານສື່ມວນຊົນຂອງແຂວງ ໃນວັນທີ 20 ຕຸລາ 2020 ກ່ຽວກັບການສະໜອງສິນເຊື່ອໃຫ້ແກ່ລູກຄ້າ.

ທະນາຄານເອຊີລີດາ ລາວ ຈຳກັດ ເປັນທະນາຄານທຸລະກິດ ທີ່ຕັ້ງເປົ້າໝາຍໄວ້ຫຼາຍຕື້ກີບ ສຳລັບປ່ອຍສິນເຊື່ອໃຫ້ທຸກພາກສ່ວນທຸລະກິດ ແລະ ບຸກຄົນ ໃນທົ່ວປະເທດ ໂດຍອີງຕາມຄວາມຕ້ອງການ ແລະ ເງື່ອນໄຂ, ລູກຄ້າສາມາດກູ້ຢືມສິນເຊື່ອ SME ຂອງທະນາຄານ ເອຊີລີດາ ໄດ້ພາຍໃນ 2 ວັນ ສຳລັບການໝູນວຽນເງິນສົດໃນໄລຍະສັ້ນ, ວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ສາມາດນຳໃຊ້ສິນເຊື່ອໄລຍະສັ້ນທີ່ມີໄລຍະເວລາກູ້ຢືມເຖິງ 1 ປີ ດ້ວຍອັດຕາດອກເບ້ຍທີ່ໜ້າສົນໃຈ ເລີ່ມຕົ້ນ 7,99% ຕໍ່ປີ, ວິສາຫະກິດຂະໜາດກາງ ແລະ ໃຫຍ່ ສາມາດກູ້ສິນເຊື່ອໄລຍະຍາວທີ່ມີວົງເງິນສູງເຖິງ 20 ຕື້ກີບ.

ນອກນີ້ ທະນາຄານ ຍັງມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີ Mobile App ຂອງເອຊີລີດາ ທັນໃຈ ພ້ອມໃຫ້ບໍລິການລູກຄ້າທຸກລະດັບ ດ້ວຍຜະລິດຕະພັນທີ່ຫຼາກຫຼາຍ ເຊັ່ນ: ເງິນຝາກທີ່ໄດ້ຮັບອັດຕາດອກເບ້ຍສູງ 7,40%, ການຊຳລະໃບບິນ, ການຕື່ມມູນຄ່າໂທ, ການຊຳລະຄ່າອາຫານຕ່າງໆທີ່ມີບາໂຄດຂອງທະນາຄານ, ການຖອນເງິນຜ່ານຕູ້ເອທີເອັມ ດ້ວຍແອັບ ACLEDA Unity ToanChet ແລະ ລູກຄ້າສາມາດຖອນເງິນຜ່ານຕູ້ເອທີເອັມໄດ້ເຖິງ 14 ທະນາຄານ ເຊິ່ງສາມາດຖອນໄດ້ຕັ້ງແຕ່ 10.000 ພັນກີບຂຶ້ນໄປ ແລະ ການບໍລິການອື່ນໆ.

ປະຈຸບັນ ຢູ່ແຂວງບໍລິຄຳໄຊ ເປີດໃຫ້ບໍລິການຢູ່ບ້ານມີໄຊ ເມືອງປາກຊັນ ແຄມທາງເລກທີ 13 ໃຕ້ ແລະ ບ້ານສີສະຫວາດ ເມືອງບໍລິຄັນ.

About admins16