ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງປາກຊັນ

ໃນວັນທີ 20 ຕຸລາ 2020 ຢູ່ສະໂມສອນປົກຄອງເມືອງປາກຊັນ ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຈັດກອງປະຊຸມ ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງປາກຊັນ ປະຈຳສົກຮຽນ 2019 – 2020 ແລະ ທິດທາງແຜນການ ປະຈໍາສົກຮຽນ 2020 – 2021 ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳແວ່ນ ປັນຍານຸວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກຊັນ, ເປັນກຽດເຂົ້້າຮ່ວມຂອງທ່ານ ໄມຈອມ ວັນນະສານຄຳ ເຈົ້້າເມືອງປາກຊັນ, ມີຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ຜູ້ບໍລິຫານການສຶກສາທັງພາກລັດ ແລະ ເອກະຊົນ ທົ່ວເມືອງປາກຊັນ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງລາຍງານຜົນການຈັດຕັ້ງປະຕິບັດ ແຜນພັດທະນາການສຶກສາ ປະຈຳສົກຮຽນ 2019-2020 ແລະ ແຜນການປະຈໍາສົກຮຽນ 2020 -2021 ໃນທົ່ວເມືອງປາກຊັນ ເຊິ່ງມີໂຮງຮຽນທັງໝົດ 101 ແຫ່ງ, ເອກະຊົນ 25 ແຫ່ງ, ໃນນີ້ ໂຮງຮຽນລ້ຽງເດັກ 30 ແຫ່ງ, ຊັ້ນປະຖົມສຶກສາ 58 ແຫ່ງ ແລະ ຊັ້ນມັດທະຍົມສຶກສາ 13 ແຫ່ງ, ມີ 464 ຫ້ອງຮຽນ, ມີນັກຮຽນທັງໝົດ 10.707 ຍີງ 5.253 ຄົນ, ຄູ-ອາຈານ ທັງໝົດ 771 ຄົນ, ຍີງ 548 ຄົນ, ຄູອາຈານໂຮງຮຽນເອກະຊົນທັງໝົດ145 ຄົນ, ຍີງ 129 ຄົນ, ຜ່ານການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາສົກຮຽນ 2019-2020 ເຫັນໄດ້ວ່າ ຜົນສໍາເລັດຈາກການຈັດຕັ້ງປະຕິບັດ 26 ຄາດໝາຍທີ່ກໍານົດໄວ້ໃນແຜນປີຜ່ານມາ ເມື່ອທຽບໃສ່ຄາດໝາຍຂອງເມືອງແມ່ນມີ 22 ຄາດໝາຍ ທີ່ສາມາດບັນລຸໄດ້ຕາມແຜນ ແລະ ບໍ່ສາມາດບັນລຸ 4 ຄາດໝາຍຂອງວຽກງານພັດທະນາການສຶກສາ ແລະ ກິລາ ເຖີງວ່າໄດ້ພະຍາຍາມປັບປຸງການສຶກສາຢ່າງທົ່ວເຖີງ ແລະ ລົງທຶນເຂົ້້າໃສ່ປັບປຸງໂຄ່ງລາງພື້ນຖານ ລວມທັງການປັງປຸງຄຸນນະພາບການຮຽນ-ການສອນ ແລະ ລະບົບການຄຸ້ມຄອງການສຶກສາແຕ່ສູນກາງ ລົງຮອດທ້ອງຖິນກໍ່ຕາມ ແຕ່ວ່າ ຍັງມີຕົວຊີ້ບອກ ແລະ ຄາດໝາຍທີ່ກຳນົດໄວ້ໃນແຜນ ບໍ່ສາມາດບັນລຸໄດ້ 4 ຄາດໝາຍ ຄື : (ອັດຕາປະລະ ແລະ ອັດຕາລອດເຫຼືອ) ຊັ້ນປະຖົມ ແລະ ຊັ້ນມໍຕົ້ນ ອັນເນື່ອງມາຈາກສາເຫດ ບັນຫາ ແລະ ສິ່ງທ້າທາຍ ເຊັ່ນ : ຖານະຄອບຄົວບໍ່ໝັ້ນຄົງ, ຄອບຄົວຂາດເຂີນ, ການດຳລົງຊີວິດກະແຈກກະຈາຍ, ບໍ່ສາມາດຕອບສະໜອງຕາມຄວາມຕ້ອງການຂອງເດັກໄດ້, ການເຄື່ອນຍ້າຍຂອງຄົວຄົວໄປຕາມລະດູການຜະລິດ (ບໍ່ມີອາຊີບຄົງທີ່) ແລະ ຄວາມເຂົ້າໃຈຂອງສັງຄົມຕໍ່ກັບພັນທະຂອງພົນລະເມືອງກ່ຽວກັບການສຶກສາ ໂດຍສະເພາະວຽກງານການສຶກສາຂັ້ນພື້ນຖານຍັງຈຳກັດ, ນອກນັ້ນ, ບໍ່ວ່າທາງພາກລັດ ແລະ ພາກເອກະຊົນ ແລະ ຊຸມຊົນ ຍັງບໍ່ເຂົ້້າໃຈ ແລະ ບໍ່ຮູ້ຄວາມໝາຍ, ຄວາມສຳຄັນຂອງການສຶກສາພາກບັງຄັບ.

ເຖິງຢ່າງໃດກໍ່ຕາມ ຈາກບັນຫາ ແລະ ສິ່ງທ້າທາຍນັ້ນ ການຈັດຕັ້ງທຸກຂັ້ນມີຄວາມເປັນຫ່ວງເປັນໄຍຕໍ່ວຽກງານການສຶກສາ ໄດ້ເອົາໃຈໃສ່ປະສານສົບທົບລະຫວ່າງໂຮງຮຽນ ແລະ ຄະນະພັດທະນາຂັ້ນບ້ານທີ່ຍັງບໍ່ທັນເຂັ້ມແຂງໜັກແໜ້ນ.

ສຳລັບທິດທາງແຜນການຕໍ່ໜ້າ ໃນສົກຮຽນ 2020-2021 ຄະນະຜູ້ບໍລິຫານການສຶກສາ ແລະ ກິລາທົ່ວເມືອງປາກຊັນ ຈະສຸມໃສ່ພັດທະນາການສຶກສາ ກ່ອນໄວຮຽນ, ຊັ້ນປະຖົມ ແລະ ຊັ້ນມັດທະຍົມສຶກສາໃຫ້ບັນລຸຕາມຄາດໝາຍ ແຜນ 5 ປີ ແຕ່ປີ 2020-2025, ປັບປຸງຄຸນນະພາບການຮຽນ-ການສອນ ໃນຊັ້ນປະຖົມໃຫ້ນັກຮຽນທີ່ຈົບຊັ້ນ, ແຕ່ລະຄົນສາມາດອ່ານອອກ, ຂຽນເປັນ ແລະ ສາມາດຄິດໄລ່ເລກ 4 ປະການໄດ້, ພ້ອມທັງປັງປຸງອົງການຈັດຕັ້ງ, ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການບໍລິຫານ, ການຄຸ້ມຄອງແຕ່ຂັ້ນເມືອງຫາຂັ້ນທ້ອງຖິ່ນບ້ານ ແລະ ໂຮງຮຽນ ເພື່ອແນ່ໃສ່ປະຕິບັດຍຸດທະສາດການພັດທະນາ, ການສຶກສາຕາມແຜນ 5 ປີ ຄັ້ງທີ 9 ຂອງວຽກງານສຶກສາໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.

About admins16