ຊາວບ້ານປາກທວາຍ ຮ່ວມທຶນສ້າງທາງຊອຍເບຕົງ ຄວາມຍາວ 1 ກມ

 
ເພື່ອເປັນການສ້າງຄວາມສະດວກສະບາຍໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານປາກທວາຍ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໃນການທຽວທາງໄປມາຫາສູ່ກັນສະດວກສະບາຍຂຶ້ນ, ໃນວັນທີ 16 ຕຸລາ 2020 ຢູ່ທາງເຂົ້າວັດປ່າ ບ້ານປາກທວາຍ ໄດ້ຈັດພິທີເປີດນໍາໃຊ້ເສັ້ນທາງຊອຍ ຈາກເສັ້ນທາງເລກທີ 13 ໃຕ້ ເຂົ້າຫາວັດປ່າ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາປຸ່ນ ສີຫາລາດ ຮອງເຈົ້າເມືອງທ່າພະບາດ.

          ທ່ານ ກອງແພງ ໂຄດປັນຍາ ນາຍບ້ານປາກທວາຍ ລາຍງານການກໍ່ສ້າງເສັ້ນທາງດັ່ງກ່າວວ່າ:  ເພື່ອເປັນການສ້າງສີ່ງອຳນວຍຄວາມສະດວກ ໃນການໄປມາຂອງພໍ່ແມ່ປະຊາຊົນພາຍໃນບ້ານ ອຳນາດການປົກຄອງບ້ານ ໄດ້ປຸກລະດົມພໍ່ແມ່ປະຊາຊົນ, ນັກທຸລະກິດ ພໍ່ຄ້າຊາວຂາຍ, ພະສົງສຳມະເນນ ພາຍໃນບ້ານປາກທວາຍ ອອກທຶນຊ່ວຍກັນສ້າງທາງເບຕົງ ຈາກທາງເລກທີ 13 ໄຕ້ ເຂົ້າຮອດວັດປ່າ ດ້ວຍໄລຍະທາງ 1 ກິໂລແມັດ.

                 ເສັ້ນທາງດັ່ງກ່າວ ເທດ້ວຍເບຕົງເສີມເຫຼັກ ມີຄວາມໜາ 20 ຊັງຕີແມັດ, ກວ້າງ 6 ແມັດ, ຄວາມຍາວ 1 ກິໂລແມັດ ທຶນໃນການກໍ່ສ້າງໃນຄັ້ງນີ້ ແມ່ນໄດ້ມາຈາກການປະກອບສ່ວນຂອງປະຊາຊົນ ລວມທັງຄູບາ, ສໍາມະເນນ ແລະ ຫ້າງຮ້ານຕ່າງໆ ພາຍໃນບ້ານສົມທົບເກັບເງິນຄອບຄົວລະ 200.000 ກີບ, ເງິນລວມບ້ານ 32.000.000 ກີບ, ຍາຄູ ໃຜຈິດ 124.000.000 ກີບ, ຄອບຄົວຂອງນັກທຸລະກິດໜຸ່ມ ທ່ານ ອາບັງ ແລະ ນາງ ເມສາ ຊ່ວຍເຫຼືອ 195.000.000 ກີບ, ສ່ວນແຮງງານ ແມ່ນນໍາໃຊ້ແຮງງານປະຊາຊົນພາຍໃນບ້ານໂດຍການຕົກຜຽນກັນແຕ່ລະມື້.

ສໍາລັບການກໍ່ສ້າງແມ່ນໄດ້ເລີ່ມລົງມືແຕ່ວັນທີ 9 ກໍລະກົດ 2020 ຫາ ວັນທີ 9 ຕຸລາ 2020 ປັດຈຸບັນນີ້ເສັ້ນທາງດັ່ງກ່າວແມ່ນໄດ້ສໍາເລັດລົງ 100% ລວມມູນຄ່າທັງໝົດ 351.000.000 ກີບ.

ເພື່ອເປັນການຢັ້ງຢືນ ແລະ ຕອບແທນບຸນຄຸນຂອງຜູ້ປະກອບສ່ວນສຳຄັນ ອົງການປົກຄອງເມືອງທ່າພະບາດ ໄດ້ມອບໃບຍ້ອງຍໍໃຫ້ແກ່ຄອບຄົວນັກທຸລະກິດໜຸ່ມ ທີ່ມີຄຸນງາມຄຸນດີໃນການຊ່ວຍເຫຼືອທຶນໃນການກໍ່ສ້າງທາງ ຄັ້ງນີ້ອີກດ້ວຍ.

 

About admin11