ຖວທ ແຂວງ ຫວນຄືນວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 39 ປີ

ພິທີປາຖະກະຖາວັນສ້າງຕັ້ງ ອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 39 ປີ (16 ກຸມພາ 1982-16 ກຸມພາ 2021) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 26 ມີນາ 2021 ຢູ່ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໃຫ້ກຽດປາຖະກະຖາໂດຍ ທ່ານ ອຸດອນ ສອນສຸລິນ ກຳມະການພັກແຂວງ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີຄະນະພະແນກ, ແລະ ພະນັກງານພາຍໃນພະແນກເຂົ້າຮ່ວມ.

ທ່ານ ອຸດອນ ສອນສຸລິນ ໄດ້ຍົກໃຫ້ເຫັນກ່ຽວກັບປະຫວັດການກຳເນີດ ຂອງວຽກງານກວດກາພັກ-ລັດ ແມ່ນວຽກງານໜຶ່ງ ໃນພາລະບົດບາດນຳພາຄຸ້ມຄອງການຈັດຕັ້ງ ໄປຕາມຈຸດປະສົງທີ່ກຳນົດໄວ້ ຕ້ອງມີການຕິດຕາມ-ກວດກາ, ພັກເຮົາກໍ່ເຫັນໄດ້ຄວາມສຳຄັນ ແລະ ເອົາໃຈໃສ່ວຽກງານກວດກາເປັນພິເສດ ໄດ້ກຳນົດທັດສະນະຢ່າງຈະແຈ້ງວ່າ “ ມີການນຳພາຕ້ອງມີການກວດກາ ” ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກປີ 1972 ໄດ້ກຳນົດວຽກງານກວດກາ ແລະ ການຈັ້ດຕັ້ງຄະນະກວດກາພັກໃນກົດລະບຽບພັກ ເຊິ່ງລະບຸວ່າ: ກອງປະຊຸມຄະນະບໍລິຫານງານສູນກາງພັກ, ແຂວງ, ຂັ້ນເມືອງ ແລະ ຂັ້ນພື້ນຖານ ຕ້ອງເລືອກເອົາກຳມະການພັກຈຳນວນໜຶ່ງ ມາຈັດຕັ້ງເປັນຄະນະຮັບຜິດຊອບວຽກງານກວດກາ ແລະ ຕິດຕາມການປະຕິບັດວິໄນຕໍ່ສະມາຊິກພັກ.

ພາຍຫຼັງສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ວຽກງານກວດກາພັກໄດ້ສືບຕໍ່ປັບປຸງ, ມີການຈັດຕັ້ງ ແລະ ເຄື່ອນໄຫວມີລັກສະນະເອກະລາດຈະແຈ້ງກວ່າເກົ່າ ໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ່ 8 ສະໄໝທີ II ປີ 1980 ຈຶ່ງໄດ້ກຳນົດວ່າ ຕ້ອງຈັດຕັ້ງຄະນະກວດກາຂຶ້ນ ແລະ ໄດ້ອອກດຳລັດເລກທີ 02, ລົງວັນທີ 16 ກຸມພາ 1982 ໄດ້ກຳນົດໃຫ້ສ້າງຕັ້ງຄະນະກວດກາພັກ-ລັດ ຊຶ່ງເປັນກົງຈັກເອກະລາດ ແລະ ເຄື່ອນໄຫວຕາມຂໍ້ກຳນົດເລກທີ 04, ລົງວັນທີ 16 ກຸມພາ 1982 ວ່າດ້ວຍຄະນະກຳມະການກວດກາພັກ-ລັດ ຂອງສູນການພັກປະຊາຊົນປະຕິວັດລາວ, ສະພາລັດຖະມົນຕີ ສປປ ລາວ.

About admins16