ສະຫຼຸບໂຄງການຄຸ້ມຄອງປ່າປ້ອງກັນແຫ່ງຊາດນ້ຳມ່ວນ-ນ້ຳຍ້ວງ

ກອງປະຊຸມສະຫຼຸບໂຄງການຄຸ້ມຄອງປ່າປ້ອງກັນແຫ່ງຊາດ ນ້ຳມ່ວນ-ນ້ຳຍ້ວງ ເຂດຍອດນ້ຳມ່ວນ ໃຫ້ມີຄວາມຍືນຍົງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ມີນາ 2021 ຢູ່ຫ້ອງປະຊຸມຂອງຂະແໜງກວດກາປ່າໄມ້ແຂວງ ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນປອນ ແສງທອງ ຮອງຫົວໜ້າກົມປ່າໄມ້, ທ່ານ ຊາຍຄຳ ກຸນນາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານນາງ ບຸນພາມາ ໂພທິສານ ຮອງຫົວໜ້າກອງທຶນປົກປັກຮັກສາສິ່ງແວດລ້ອມ, ມີຮອງເຈົ້າເມືອງ, ຂະແໜງການກ່ຽວຂ້ອງຂັ້ນແຂວງ, ເມືອງ ແລະ ພະນັກງານວິຊາຂອງໂຄງການເຂົ້າຮ່ວມ.

ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນເຂດປ່າປ້ອງກັນແຫ່ງຊາດນ້ຳມ່ວນ – ນໍ້າຍ້ວງ ໃນການຄຸ້ມຄອງປ່າປ້ອງກັນ, ສີ່ງແວດລ້ອມ ແລະ ສັດນໍ້າ-ສັດປ່າ ໃຫ້ມີຄວາມຍືນຍົງ ພ້ອມທັງຮັບປະກັນທາງດ້ານຊີວິດການເປັນຢູ່ຂອງຊຸມຊົນ ທີ່ອາໃສຢູ່ໃນ ແລະ ເຂດອ້ອມຂ້າງໃຫ້ດີຂື້ນ ເຊິ່ງປ່າປ້ອງກັນແຫ່ງຊາດນໍ້າມ່ວນ-ນໍ້າຍ້ວງ ມີເນື້ອທີ່ທັງໝົດ 524,409 ຮຕ ກວມເອົາ 3 ເມືອງ ຄືເມືອງວຽງທອງ, ຄໍາເກີດ ແລະ ເມືອງໄຊຈໍາພອນ ມີບ້ານຕັ້ງຢູ່ໃນ ແລະ ອ້ອມຂ້າງ 68 ບ້ານ ໂດຍມີກິດຈະກຳຄື: ການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານເມືອງ, ເຂດ ແລະ ບ້ານ ໃນການຄຸ້ມຄອງ ຊັບພະຍາກອນປ່າໄມ້ ນະໂຍບາຍປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ເປັນຕົ້ນແມ່ນການນໍາໃຊ້ຄູ່ມືການຄຸ້ມຄອງໂຄງການ, ປະເມີນເຄື່ອງມືຕິດຕາມ-ປະເມີນປະສິດທິພາບ METT, ການວາງແຜນ, ການຕິດຕາມ ແລະ ປະເມີນ, ໂຄສະນາປູກຈິດສໍານຶກ, ຝຶກອົບຮົບການບັງຄັບໃຊ້ກົດໝາຍ, ເຕັກນິກການກວດກາລາດຕະເວນປ່າ ໃຫ້ປ່າໄມ້ບ້ານ ຈໍານວນ 2 ຄັ້ງ, ປັບປຸງຄະນະປ່າໄມ້ບ້ານພ້ອມສິດ, ພາລະບົດບາດ ແລະ ລະບຽບ ໃນ 12 ບ້ານເປົ້າມາຍໂຄງການ, ປັກຫຼັກໝາຍ 96 ຫລັກ ແລະ ຕິດປ້າຍເຂດຫວງຫ້າມເດັດຂາດ ແລະ ເຂດຄຸ້ມຄອງນໍາໃຊ້ປ່າໄມ້ຂອງບ້ານ 286 ປ້າຍ ໃນຈໍານວນ 12 ບ້ານ, ໄດ້ຮັບຂໍ້ມູນຂອງສັດປ່າໃນເຂດບ້ານທອງມີໄຊ ໂດຍການຕັ້ງກ້ອງມີ ເຍືອງຜາ, ເຍືອງດົງ, ເສືອໄຟ, ເສືອແມວລາຍຫີນອ່ອນ, ຟານດົງ, ຟານເຂົາໃຫຍ່, ຟານເລົ່າ, ເໝັ້ນ, ໄກ່ຂວາຫຼັງຂາວ, ນົກກາງກອດ, ເຫງັນຫາງດ່າງ, ລີງ ແລະ ໝູປ່າ.

About admins16