ຄຳເກີດ ເຜີຍແຜ່ຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII

ໃນວັນທີ 24 ມີນາ 2021 ຢູ່ສະໂມສອນເມືອງຄໍາເກີດ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຈັດພິທີເຜີຍແຜ່ມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ມະຕິກອງປະຊຸມ ຄົບຄະນະບໍລິຫານງານ ຊາວໜຸ່ມແຂວງບໍລິຄໍາໄຊ ຄັ້ງທີ 2 ສະໄໝ ທີ VI ໂດຍການເປັນປະທານ ແລະ ເຜີຍແຜ່ໂດຍ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄຳໄຊ.

ພິທີ ປະທານ ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ແລະ ຮັບຮອງເອົາຄາດໝາຍສູ້ຊົນ, ທິດທາງແຜນການພັດທະນາຊາວໜຸ່ມ-ເຍົາວະຊົນແຕ່ປີ 2021-2025 ເຊິ່ງປະກອບມີ 11 ເນື້ອໃນທີ່ສໍາຄັນ, ກອງປະຊຸມໄດ້ຮັບຮອງເອົາບຸກຄະລາກອນ ຈໍານວນ 63 ສະຫາຍ, ຍິງ 7 ສະຫາຍ ແລະ ເປັນກຽດ ຮັບຟັງການໂອ້ລົມໃຫ້ທິດເຍືອງທາງຈາກ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ເຊິ່ງທ່ານ ໄດ້ເນັ້ນໜັກ ໃຫ້ຄະນະຊາວໜຸ່ມແຕ່ສູນກາງຮອດທ້ອງຖິ່ນ ຈົ່ງປົກປັກຮັກສາໝາກຜົນຂອງການປະຕິວັດ, ສືບທອດມູນເຊື້ອອັນດີງາມຂອງຊາດ, ສຶກສາອົບຮົມສະມາຊິກຊາວໜຸ່ມ-ເຍົາວະຊົນ ໃຫ້ມີຄຸນສົມບັດສິນທໍາປະຕິວັດ, ເປັນເຈົ້າການເຕົ້າ ໂຮມຄວາມສາມັກຄີ, ແຂ່ງຂັນກັນສ້າງຂະບວນການໃຫ້ຟົດຟີື້ນຕໍ່ເນື່ອງ.

ຈາກນັ້ນ ປະທານໄດ້ເຜີຍແຜ່ ມະຕິກອງປະຊຸມ ຄົບຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄໍາໄຊ ຄັ້ງທີ 2 ສະໄໝ ທີ VI. ເຊິ່ງແຕ່ປີ 2020-2021 ບັນດາສະຫາຍຄະນະຮາກຖານ, ໜ່ວຍຮາກຖານ ຕະຫຼອດຮອດສະມາຊິກຊາວໜຸ່ມຈົ່ງນໍາເອົາ 6 ໜ້າວຽກທີ່ສໍາຄັນໄປຈັດຕັ້ງຜັນຂະຫຍາຍໃນຂົງເຂດຄວາມຮັບຜິດຊອບຂອງແຕ່ລະສະຫາຍ ໃຫ້ປະກົດຜົນເປັນຈິງ.

About admins14