ກອງປະຊຸມເປິດກ້ວາງ ຄົບຄະນະບໍລິຫານງານ ພັກເມືອງຄຳເກີດ ຄັ້ງທີ III ສະໄໝ ທີ IX


ໃນວັນທີ 6-7 ສິງຫາ 2020 ນີ້ ໄດ້ຈັດກອງປະຊຸມເປິດກ້ວາງຄົບຄະນະບໍລິຫານງານພັກເມືອງຄຳເກີດ ຄັ້ງທີ III, ສະໄໝ ທີ IX, ພາຍໃຕ້ການເປັນປະທານຂອງສະຫາຍ ເພັດສະໄໝ ໄຊຍະທິຈັກ ເລຂາພັກເມືອງ, ເຈົ້າເມືອງຄຳເກີດ,ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ປອ ສຸວັນນີ ໄຊຊະນະ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ມີບັນດາຄະນະບໍລິຫານງານພັກເມືອງ, ຫົວໜ້າຫ້ອງການ-ຄະນະຫ້ອງການ, ກົມກອງ, ບໍລິສັດ-ລັດວິສາຫະກິດ, ພະນັກງານຫຼັກແຫຼ່ງ ຕະຫຼອດຮອດເລຂາພັກບ້ານ-ນາຍບ້ານເຂົ້າຮ່ວມ.

           ໃນວາລະກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ຜົນສຳເລັດກອງປະຊຸມເປິດກ້ວາງຄົບຄະນະບໍລິຫານງານພັກແຂວງຄັ້ງທີ 16, ສະໄໝທີ VI ແລະ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 107/ ກມສພ, ວ່າດ້ວຍການພັດທະນານະຄອນຫຼວງວຽງຈັນໃນໄລຍະໃໝ່, ມະຕິຂອງສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາການຍົກຍ້າຍແຕ່ງຕັ້ງບຸກຄະລາກອນຂອງແຂວງ ຕາມການສະເໜີຂອງອົງການປົກຄອງແຂວງ.

ກອງປະຊຸມ ຍັງໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020 ໂດຍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ລັດຖະບານ, ແຂວງ ແລະ ເມືອງວາງອອກ ໃນການຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ-19 ສາມາດແກ້ໄຂ, ສະກັດກັ້ນໄດ້ທັນສະພາບການໂດຍພື້ນຖານ ແລະ ຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ການຈັດຕັ້ງແຕ່ລະຂັ້ນໄດ້ຮັບການປັບປຸງດີຂຶ້ນ, ປະຊາຊົນມີຄວາມອຸ່ນອຽນທຸ່ນທ່ຽງ, ຕັ້ງໜ້າຟື້ນຟູ ແລະ ພັດທະນາເສດຖະກິດຂອງຕົນ, ເມືອງຄຳເກີດ ເກັບລາຍຮັບເຂົ້າງົບປະມານແຫ່ງຊາດ ໄດ້ຈຳນວນ 3.530.445.195 ກີບ ເທົ່າກັບ 29,13% ຂອງແຜນການປີ, ໃນນັ້ນ ອາກອນໄດ້ 1.889.831. 337 ພາສີທີ່ດິນໄດ້ 622.921.693 ກີບ ເທົ່າກັບ 71,03% ຂອງແຜນການປີ, ຈົດທະບຽນ-ຄ່າທຳນຽມຕ່າງໆ ໄດ້ 71.996.000 ກີບ ເທົ່າກັບ 39,42% ຂອງແຜນການປີ, ຊັບສິນຂອງລັດໄດ້ 178.948.165 ກີບ ເທົ່າກັບ 34,41 % ຂອງແຜນການປີ, ລາຍຮັບວິຊາການ 767.336.000 ກີບ ເທົ່າກັບ 41,75% ຂອງແຜນການປີ ແລະ ສາມາດຄຸມຄອງລາຍຈ່າຍຢູ່ໃນລະດັບ 20.017.021.487 ກີບ, ເທົ່າກັບ45,46% ຂອງແຜນ ການປີ, ຊຸກຍູ້ ປະຊາຊົນປູກເຂົ້ານາປີໃນເນື້ອທີ່ 6.893 ເຮັກຕ່າ, ປັກດໍາແລ້ວ 85 %, ເກັບກ່ຽວເຂົ້າ ນາແຊງໄດ້ 90,2 ເຮັກຕ່າ, ລື່ນແຜນການປີ 80,4% ສະເລ່ຍຜົນຜະລິດ 4 ໂຕ່ນຕໍ່ເຮັກຕ່າ, ປູກພືດລະດູຝົນໄດ້ 2.720,2 ເຮັກຕ່າ ເທົ່າກັບ 60 % ຂອງແຜນການປີ, ປູກພືດລະດູແລ້ງ 3.854 ເຮັກຕ່າ ລື່ນແຜນການປີ 0,54%, ປູກມັນຕົ້ນ 2.943 ເຮັກຕ່າ, ລ້ຽງສັດຕ່າງໆ ຄວາຍ ມີ 6.111 ໂຕ, ງົວ 19.979 ໂຕ, ແບ້ 9.251 ໂຕ, ໝູ 6.845 ໂຕ.

About admin11