ຖວທ ບໍລິຄຳໄຊ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 74 ປີ

ເພື່ອລະນຶກເຖີງຄຸນງາມຄວາມດີ ຂອງນັກຮົບປະຕິວັດ, ຜູ້ນຳທີ່ແສນເຄົາລົບຮັກ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ອຸທິດຊີວິດ, ເລືອດເນື້ອ, ເຫື່ອແຮງ, ກາຍ ແລະ ໃຈ ເພື່ອພາລະກິດປົດປ່ອຍຊາດ ພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2023 ຢູ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໃຫ້ກຽດປາຖະກະຖາໂດຍ ທ່ານ ສົນທອງ ວີບຸນກວ້າງ ຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ, ມີຄະນະພະແນກ, ຂະແໜງການ, ກອງ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ໃນວັນທີ 20 ມັງກອນ 1949 ຢູ່ຕາແສງລາວຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນ ທ່ານປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະ ເຊິ່ງເປັນຕົ້ນກຳເນີດຂອງກອງທັບປະຊາຊົນລາວໃນປັດຈຸບັນຂຶ້ນຢ່າງເປັນທາງການ, ການກຳເນີດຂອງກອງທັບລາວອິດສະຫຼະ ແມ່ນມີຄວາມໝາຍສຳຄັນອັນໃຫຍ່ຫຼວງໃນໜ້າປະຫວັດສາດລາວ, ນັບແຕ່ມື້ສ້າງຕັ້ງກຳລັງປະກອບອາວຸດ ພວກເຮົາໄດ້ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ສູ້ຮົບຢ່າງພິລາດອາດຫານ, ອອກແຮງປັບປຸງກໍ່ສ້າງກຳລັງຂອງຕົນ ໃຫ້ມີການຂະຫຍາຍຕົວ ແລະ ເຂັ້ມແຂງ. ໃນໄລຍະຕໍ່ສູ້ປົດປ່ອຍຊາດ ເຮົາໄດ້ຜະເຊີນໜ້າກັບສັດຕູຜູ້ຮຸກຮານທີ່ເຂັ້ມແຂງ ແລະ ຮ້າຍກາດ ແຕ່ກອງທັບເຮົາກໍ່ເດັດດ່ຽວອາດຫານສູ້ຮົບ, ຍິ່ງຕີກໍ່ຍິ່ງມີໄຊຊະນະ, ຍິ່ງສູ້ຮົບກໍ່ຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ປະກາດສ້າງຕັ້ງເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າງາມໃນວັນທີ 2 ທັນວາ ປີ 1975.

ຕະຫຼອດ 74 ປີ ແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ໃນເງື່ອນໄຂທີ່ຫຍຸ້ງຍາກລຳບາກ ແລະ ຍືດເຍື້ອຍາວນານ ພາຍໃຕ້ການນຳພາຂອງພັກ, ກຳລັງປະກອບອາວຸດປະຊາຊົນລາວ ໄດ້ເຮັດສຳເລັດພາລະກິດປະຕິວັດອັນຍິ່ງໃຫຍ່ ແລະ ໜັກໜ່ວງ, ໄດ້ສ້າງຜົນງານອັນດີເດັ່ນ, ວິລະກຳອັນລໍ້າເລີດ ປະດັບໄວ້ໃນໜ້າປະຫວັດສາດຂອງຊາດຢ່າງສົມກຽດ ແລະ ກາຍເປັນມູນເຊື້ອອັນດີງາມ ໄວ້ໃຫ້ແກ່ກຳລັງປະກອບອາວຸດປະຕິວັດຮຸ່ນຕໍ່ຮຸ່ນ ສົມແລ້ວທີ່ເປັນກອງທັບວິລະຊົນ ເຊິ່ງໄດ້ຮັບຄຳສັນລະເສີນຈາກພັກ ແລະ ລັດ ວ່າ: ກອງທັບຍາມໃດກໍ່ນຳໜ້າໃນທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ, ຕີເອົາຊະນະສັດຕູທຸກໂຕ, ສຳເລັດທຸກໜ້າທີ່, ສົມເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ.

ຫຼັງຈາກນັ້ນ ທ່ານ ພູວັນ ໄຊຍະສານ ຮອງຫົວໜ້າພະແນກ ປະທານກໍາມະບານຮາກຖານພະແນກ ຖວທ ແຂວງ ຍັງໄດ້ຫວນຄືນມູນເຊື້ອ 67 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງກຳມະບານລາວ (1 ກຸມພາ 1956 – 1 ກຸມພາ 2023) ແລະ ຜົນງານການຈັດຕັ້ງປະຕິບັດວຽກງານ 1 ປີຜ່ານມາ ຂອງກໍາມະບານຮາກຖານພະແນກ ຖວທ ແຂວງ ທີ່ໄດ້ສຸມໃສ່ຫຼາຍວຽກງານສໍາຄັນ ແລະ ຍາດໄດ້ຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນແມ່ນວຽກງານປົກປ້ອງສິດຜົນປະໂຫຍດຂອງສະມາຊິກກໍາມະບານ, ການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ວຽກງານອື່ນໆ.

About admins14