ທະນາຄານນະໂຍບາຍ ໜ່ວຍບໍລິການປະຈໍາເມືອງໄຊຈໍາພອນ ສະຫຼຸບປະຈໍາປີ 2022

ໃນວັນທີ 25 ມັງກອນ 2023 ທະນາຄານນະໂຍບາຍ ໜ່ວຍບໍລິການປະຈໍາເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈໍາປີ 2022 ແລະ ຮັບຮອງແຜນສິນເຊື່ອ ປະຈໍາປີ 2023 ຢູ່ທີ່ສະໂມສອນຫ້ອງວ່າການເມືອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາໄຊ ຕຸນາລົມ ຮອງເຈົ້າເມືອງໄຊຈໍາພອນ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ມີທ່ານ ກໍລະກັນ ແສງອະໄພ ຮອງຫົວໜ້າພະແນກສິນເຊື່ອ ທະນາຄານນະໂຍບາຍ ສຳນັກງານໃຫຍ່, ຄະນະກຳມະການ ຄຸ້ມຄອງສິນເຊື່ອຂັ້ນເມືອງ, ຫົວໜ້າ, ຄະນະ, ພະນັັກງານພາຍໃນໜ່ວຍບໍລິການເມືອງໄຊຈໍາພອນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ລາຕີ ວົງໄຊ ວ່າການຫົວໜ້າທະນາຄານນະໂຍບາຍໜ່ວຍບໍລິການເມືອງໄຊຈໍາພອນ ໄດ້ຂື້ນຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2022 ແລະ ທິດທາງແຜນສິນເຊື່ອ ປະຈໍາປີ 2023 ໃນໄລຍະ 1 ປີຜ່ານມາ ໂດຍໃຫ້ຮູ້ວ່າ: ໜ່ວຍບໍລິການປະຈໍາເມືອງໄຊຈໍາພອນ ໄດ້ເອົາໃຈໃສ່ປະຕິບັດຕາມສິດ ແລະ ໜ້າທີ່ ພາລະບົດບາດຂອງຕົນຢ່າງມີຄວາມຮັບຜິດຊອບສູງ, ໄດ້ປ່ອຍແຫຼ່ງທຶນໃຫ້ປະຊາຊົນກູ້ໃນດອກເບ້ຍຕໍ່າ ເພື່ອນຳໃຊ້ເຂົ້າໃນການຜະລິດ ປູກຝັງ, ລ້ຽງສັດ, ສະໜອງສິນເຊື່ອເຂົ້າເຖີງ 17 ບ້ານ, ມີກຸ່ມກູ້ຢືມເງິນ ຈຳນວນ 114 ກຸ່ມ, ມີ 559 ຄອບຄົວ, ຄອບຄົວທຸກຍາກໄດ້ຮັບສິນເຊື່ອ 66 ຄອບຄົວ ເທົ່າກັບ 5,98% ຂອງຈຳນວນຄອບຄົວທຸກຍາກໃນທົ່ວເມືອງ, ມີຍອດສິນເຊື່ອທັງໝົດ 6,898,415,000 ລ້ານກີບ, ຍອດຕົ້ນທຶນກາຍສັນຍາ 4,834,479,000 ເທົ່າກັບ 70,08% ຂອງຕົ້ນທຶນທັງໝົດ, ດອກເບ້ຍທັງໝົດ 1,691,535,814,61 ກີບ ໄດ້ 944.347.662 ກີບ, ດອກເບ້ຍກາຍສັນຍາ 1,679,087,948,59 ກີບ.

ກອງປະຊຸມ ຍັງໄດ້ມີການສະເໜີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອປັບປຸງແກ້ໄຂວຽກງານທີ່ຍັງຄົງຄ້າງ ເຊັ່ນ: ການເກັບກຳຂໍ້ມູນ, ການກຳນົດກຸ່ມເປົ້າໝາຍ ໃນການປ່ອຍສິນເຊື່ອ, ການສ້າງຂໍ້ສະດວກໃຫ້ປະຊາຊົນທີ່ທຸກຍາກໃຫ້ເຂົ້າເຖິງແຫຼ່ງທຶນ, ວິທີແກ້ໄຂການເກັບໜີ້ຕົ້ນທຶນທີ່ມີຄວາມຫຍຸ້ງຍາກ ແລະ ຍັງບໍ່ໄດ້ຕາມເປົ້າໝາຍ, ການຕິດຕາມກວດກາຫຼັງຈາກການປ່ອຍສິນເຊື່ອ.

About admins16