ພະແນກການຕ່າງປະເທດ ສະຫຼຸບວຽກງານປະຈຳປີ 2022

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານການຕ່າງປະເທດ ແຂວງບໍລິຄຳໄຊ ປະຈຳປີ 2022 ແລະ ທິດທາງແຜນການ 2023 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 27 ມັງກອນ 2023 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ອຸດົມ ວົງໄກສອນ ຫົວໜ້າພະແນກການຕ່າງປະເທດແຂວງ, ມີຄະນະພະແນກ, ພະແນກການອ້ອມຂ້າງ, ເຈົ້າເມືອງ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກ ເຂົ້າຮ່ວມ.

ໄລຍະ 1 ປີຜ່ານມາ ວຽກງານການຕ່າງປະເທດຂອງແຂວງ ໄດ້ພົບກັບຄວາມຫຍຸ້ງຍາກຫຼາຍດ້ານ ແຕ່ເຖິງຢ່າງໃດກໍຕາມ ຍ້ອນຄວາມເອົາໃຈໃສ່ນຳພາ-ຊີ້ນຳຂອງຄະນະພັກກະຊວງ, ອົງການປົກຄອງແຂວງ ແລະ ພະນັກງານຂອງພະແນກການຕ່າງປະເທດ ເຮັດໃຫ້ສາມາດເຄື່ອນໄຫວວຽກງານໄດ້ຢ່າງຕໍ່ເນື່ອງ ແລະ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານສົມຄວນ ເຊິ່ງສະແດງອອກຄື: ໄດ້ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກົງຈັກ ແລະ ພະນັກງານພາຍໃນພະແນກ, ໄດ້ເປັນເສນາທິການປະສານງານ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງສູນກາງ, ແຂວງ ແລະ ບັນດາພະແນກການ ຂອງ ສສ ຫວຽດນາມ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ ຈຳນວນ 10 ຄະນະ ແລະ ເດີນທາງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງ ຂອງ ສສ ຫວຽດນາມ ຈຳ ນວນ 14 ຄະນະ.

ໄດ້ປະສານສົມທົບກັນໃນການສ້າງແຜນ, ຊີ້ນຳ ພາກສ່ວນກ່ຽວຂ້ອງໃນວຽກຊອກຫາ, ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດ ໃນປາງສົງຄາມ ຢູ່ແຂວງບໍລິຄຳໄຊ ສົກປີ 2021 – 2022, ໄດ້ຈຳນວນ 09 ອັດຖິ, ໄດ້ຮັບທຶນການຊ່ວຍເຫຼືອກໍ່ສ້າງພື້ນຖານໂຄງລ່າງ ດ້ານການສຶກສາຈາກແຂວງເລີ່ມດົ່ງ ມູນຄ່າ 1.000.000 ໂດລາສະຫະລັດ, ຈາກແຂວງບາກລຽວ ຈໍານວນ 2 ຕື້ດົງ, ທຶນຊ່ວຍເຫຼືອໂຄງການກໍ່ສ້າງໂຮງໝໍ ກອງບັນຊາການ ທະຫານແຂວງບໍລິຄຳໄຊ ຈາກແຂວງຮ່າຕິ້ງ ລວມມູນຄ່າ 8,3 ຕື້ດົງ, ຈາກຫົວໜ້າຄະນະຈັດຕັ້ງສູນກາງພັກຄອມມູນິດ ຫວຽດນາມ ມູນຄ່າ 20.000 ໂດລາ, ພາກສ່ວນທຸລະກິດແຂວງຮ່າຕິ້ງ ມອບເງິນຊ່ວຍເຫຼືອແຂວງ ແລະ ກອງບັນຊາການ ປກສ ແຂວງ ມູນຄ່າ 2,3 ຕື້ດົງ, ໄດ້ຮັບການຊ່ວຍເຫຼືອທາງດ້ານອຸປະກອນຮັບໃຊ້ຫ້ອງການ ແລະ ການຊ່ວຍເຫຼືອດ້ານຕ່າງໆ ຈາກບັນດາແຂວງ ແລະ ພາກສ່ວນທຸລະກິດຂອງ ສສ ຫວຽດນາມ ລວມມູນຄ່າ 2,69 ຕື້ດົງ, ໄດ້ຮັບທຶນສົມທົບຈາກພະແນກວິທະຍາສາດ ແລະ ເທັກໂນໂລຊີ ແຂວງຮ່າຕິ້ງ ເຂົ້າໃນການຜະລິດເຫັດເປັນອາຫານ-ເປັນຢາ ແລະ ລ້ຽງກວາງ ຈຳນວນ 6,480 ຕື້ດົ່ງ, ໄດ້ຮັບການຊ່ວຍເຫຼືອຈາກແຂວງບຶງການ ສະມາຄົມຄົນພິການເຄື່ອນໄຫວສາກົນ ປະເທດໄທ ມອບອຸປະກອນການແພດ ລໍ້ວິວແຊ ສຳລັບຄົນພິການ ຈຳນວນ 30 ຄັນ ແລະ ຖັງອົກຊີ ຈຳນວນ 30 ຖັງ ໃຫ້ເມືອງບໍລິຄັນ ລວມມູນຄ່າ 180.000 ບາດ, ແຂວງບໍລິຄຳໄຊ ມີການຊ່ວຍເຫຼືອທາງການເພື່ອພັດທະນາ (ODA) 36 ໂຄງການ, 1 ແຜນງານ ມູນຄ່າລວມຂອງໂຄງການ 362,62 ຕື້ກີບ, ເປັນໃຈກາງປະສານສົມທົບຂໍທຶນຈາກບັນດາແຂວງ ຂອງ ສສ ຫວຽດນາມ ໃນການບໍາລຸງກໍ່ສ້າງບຸກຄະລາກອນແຂວງບໍລິຄຳໄຊ ຈຳນວນ 135 ທຶນ ເພື່ອຮຽນກຽມພາສາ ແລະ ສືບຕໍ່ຮຽນວິຊາສະເພາະ ໃນລະດັບຊັ້ນສູງ, ປະລິນຍາຕີ ແລະ ປະລິນຍາໂທ ຢູ່ ສສ ຫວຽດນາມ.

ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາ ເປັນຕົ້ນແມ່ນວຽການສຶກສາ, ແຜນການ ແລະ ການລົງທຶນ, ການໄປມາຫາສູ່ກັນລະຫວ່າງເມືອງທີ່ມີຊາຍແດນຕິດຈອດກັນກັບ ສສ ຫວຽດນາມ ແລະ ວຽກງານອື່ນໆທີ່ປິ່ນອ້ອມ ເພື່ອຈະໄດ້ພອ້ມກັນແກ້ໄຂໃນຕໍ່ໜ້າໃຫ້ໄດ້ຜົນສຳເລັດ.

About admins16