ຍົກລະດັບວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ຂົງເຂດ ຍທຂ 2 ແຂວງ 17 ຕົວເມືອງ

ພິທີເປີດຊຸດຝຶກອົບຮົມເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ພະຈິກ 2020 ຢູ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍລິຄໍາໄຊ ໂດຍການເປັນປະທານຂອງທ່ານນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີ, ປະທານກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຄະນະພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ-ແມ່-ເດັກ, ຄະນະກະຊວງ ຍທຂ, ພະແນກ ຍທຂ ແຂວງ, ເມືອງ 17 ເມືອງ ຈາກບໍລິຄຳໄຊ-ຄຳມ່ວນ ແລະ ສະຫະພັນແມ່ຍິງແຂວງເຂົ້າຮ່ວມ.

ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ເອື້ອຍນ້ອງແມ່ຍິງ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນຂະແໜງ ຍທຂ, ແຜນພັດທະນາ ແຕ່ປີ 2014-2025 ໃຫ້ປະກົດຜົນເປັນຈິງ ຜູ້ເຂົ້າຮ່ວມ ຈະໄດ້ຮັບຮູ້ແຜນຍຸດທະສາດ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນຂະແໜງ ຍທຂ ແຕ່ປີ 2014-2025, ທັກສະ ແລະ ຄຸນລັກສະນະການເປັນພະນັກງານນຳພາທີ່ດີ, ການນຳໃຊ້ງົບປະມານຂອງລັດ ສະບັບເລກທີ 4000/ກງ, ຄວາມຮູ້ພື້ນຖານກ່ຽວກັບການແຊຂໍ້ມູນຢູ່ພາຍໃນລະບົບເຄືອຂ່າຍ, ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ, ການເຊື່ອມບົດບາດຍິງ-ຊາຍ ເຂົ້າໃນການວາງແຜນ ແລະ ທັກສະການເປັນຜູ້ຕາມທີ່ດີ. ການຝຶກອົບຮົມໃນຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນເຕັມ ຈຶ່ງຈະສຳເລັດ.

About admins16