ສ.ເກົາຫຼີ ຈະຊ່ວຍເຫຼືອພັດທະນາບ້ານແບບໃໝ່ 3 ເມືອງເປົ້າໝາຍ ຂອງແຂວງບໍລິຄຳໄຊ

ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການຮ່ວມມືພັດທະນາບ້ານແບບໃໝ່ ໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2020 ຢູ່ພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ເລື່ອນວິໄລ ຈັນທະລາພັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າໂຄງການ ເຊັນໂດຍທ່ານ ຮົງເຈິງໂອ ຜູ້ປະສານງານອົງການແຊມາອຶລ໌ ອູນດົງ ແຫ່ງ ສ.ເກົາຫຼີ ປະຈຳ ສປປ ລາວ ຊ້ອງໜ້າໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຫົວໜ້າພະແນກການ, ເມືອງ ແລະ ພະນັກງານວິຊາການ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ການຊ່ວຍເຫຼືອລ້າຈາກອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ ຫ້ອງການແຊມາອຶລ໌ ອູນດົງ ແຫ່ງ ສ.ເກົາຫຼີ ປະຈຳ ສປປ ລາວ ໂດຍການຊ່ວຍເຫຼືອລ້າດ້ານງົບປະມານ ແລະ ວິຊາການ ເຂົ້າໃສ່ 3 ກິດຈະກຳຫຼັກ ຄື: ປັບປຸງພື້ນຖານໂຄງລ່າງ, ສາທາລະນະປະໂຫຍດ ແລະ ສີ່ງອຳນວຍຄວາມສະດວກ ເປັນຕົ້ນແມ່ນ ການກໍ່ສ້າງ ຫຼື ບູ​ລະ​ນະສ້ອມ​ແປງໂຮງ​ຮຽນ, ຫ້ອງການບ້ານ,​ລະບົບຊົນລະປະທານ, ຕາຂ່າຍໄຟຟ້າ, ໄຟຟ້າແສງຕາເວັນ, ທາງເບຕົງ-ເສີມເຫຼັກພາຍໃນບ້ານ, ການສ້າງວຽກເຮັດງານທໍາ ເພື່ອສ້າງລາຍຮັບທີ່ໝັ້ນຄົງ ແລະ ຕໍ່ເນື່ອງ ແມ່ນການ​ສົ່ງ​ເສີມ​ການ​ຜະ​ລິດ​ເປັນ​ສິນ​ຄ້າ ເປັນຕົ້ນແມ່ນການ​ປູກ​ພືດຜັກ​ໃນ​ເຮືອນ​ຮົ່ມ ແລະ ການລ້ຽງສັດຕາມທີ່ຕະຫຼາດຕ້ອງການ ແລະ ການ​​ພັດທະນາຊັບພະຍາກອນມະນຸດ ແມ່ນ​ການຝຶກອົບຮົມຍົກລະດັບ ຄວາມເຂັ້ມແຂງ ໃຫ້ຊາວບ້ານທາງດ້ານຈິດ​ໃຈ, ມີແນວຄິດຈິນຕະນາການໃໝ່ ລົບລ້າງແນວຄິດຄອງເດີມທີ່ຫຼ້າຫຼັງ ມີສະຕິ​ຄວາມ​ຕື່ນ​ຕົວ ແລະ ມີຄວາມຮັບຜິດຊອບ ດ້ວຍ​ອຸ​ດົມ​ການພື້ນຖານ ​ຄື: ຄວາມດຸໝັ່ນ, ເພີ່ງຕົນເອງ ແລະ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຄວາມຢູ່ດີ, ກິນດີ ແລະ ມັ່ງຄັ່ງ ໂດຍແນໃສ່ 3 ເມືອງເປົ້າໝາຍ ຄື: ເມືອງປາກຊັນ, ທ່າພະບາດ ແລະ ເມືອງປາກກະດິງ

ຈຸດໝາຍລວມ ກໍ່ເພື່ອພັດທະນາແຂວງບໍລິຄຳໄຊ ບັນລຸເງື່ອນໄຂການຫຼຸດພົ້ນອອກຈາກສະຖານະພາບຄວາມດ້ວຍພັດທະນາຢ່າງໜັກແໜ້ນ ໃຫ້ຕິດພັນກັບການປັບປຸງແບບແຜນດຳລົງຊີວິດໃໝ່ທີ່ກ້າວໜ້າ ເປັນຕົ້ນແມ່ນການຫັນປ່ຽນແນວຄິດທີ່ອາໃສແຕ່ການຜະລິດເພືອບໍລິໂພກເປັນຕົ້ນຕໍໃນໄລຍະຜ່ານມາ ຫັນມາເຮັດການຜະລິດກຸ້ມຕົນເອງ ແລະ ກາຍເປັນສິນຄ້າທີ່ຍືນຍົງ, ພັດທະນາຊົນນະບົດ, ລຶບລ້າງຄວາມທຸກຍາກຂອງປະຊາຊົນ ໃນເຂດຊົນນະບົດພູດອຍ ໃຫ້ເປັນເຈົ້າການທຳການຜະລິດໃຫ້ກຸ້ມກິນ, ມີໃຊ້ເພິ່ງຕົນເອງກຸ້ມຕົນເອງ, ຕີຖອຍແນວຄິດຄອງຄອຍ ແລະ ສ້າງວິຖີຊີວິດໃໝ່ ວິທີທຳມາຫາກິນແບບໃໝ່, ພັດທະນາພື້ນຖານໂຄງລ່າງທີ່ຈຳເປັນ ຢູ່ໃນເຂດຫ່າງໄກສອກຫຼີກ ບັນດາເຂດຈຸດສຸມ ເພື່ອເຮັດໃຫ້ປະຊາຊົນ ໄດ້ຮັບການບໍລິການຂັ້ນພື້ນຖານຂອງລັດ ແລະ ສົ່ງສິນຄ້າອອກສູ່ຕະຫຼາດໃຫ້ຫຼາຍຂຶ້ນ ເຊິ່ງໂຄງການມີໄລຍະສັນຍາ 5 ປີ ໂດຍຊ່ວຍເຫຼືອເປັນເງິນປີລະ 1 ແສນໂດລາສະຫະລັດ ແລະ ຖ້າເຫັນວ່າໂຄງການນີ້ ມີການພັດທະນາດີຂຶ້ນ ໂຄງການກໍ່ພ້ອມທີ່ຈະສືບຕໍ່ເຊັນສັນຍາເພີ່ມອີກ 5 ປີ.

About admins16