ທ່າພະບາດ ຈັດພິທີປະຖະກະຖາ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ຄົບຮອບ 20 ປີ


ໃນວັນທີ 24 ພະຈິກ 2020 ຢູ່ຫ້ອງວ່າການປົກຄອງເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີປະຖະກະຖາ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງຄົບຮອບ 20 ປີ ( 25 ພະຈິກ 2000 – 25 ພະຈິກ 2020) ໃຫ້ກຽດເລົ່າຫວນຄືນໃນຄັ້ງນີ້ ໂດຍ ທ່ານ ພູວົງ ພິມມະສອນ ຮອງເລຂາພັກເມືອງ, ມີຄະນະບໍລິຫານງານແມ່ຍິງເມືອງ, ປະທານສະຫະພັນແມ່ຍິງຮາກຖານ, ໜ່ວຍ, ປະທານສະຫະພັນແມ່ຍິງບ້ານ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ປກສ, ປກຊ, ຕະຫຼອດຮອດສະມະຊິກເອື້ອຍນ້ອງແມ່ຍິງອ້ອມຂ້າງເມືອງ ເຂົ້າຮ່ວມຮັບຟັງ.


ພິທີຄັ້ງນີ້ ແມ່ນເພື່ອເປັນການທົບທວນຫວນຄືນປະຫວັດມູນເຊື້ອ, ການກໍາເນີດວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້, ເຂົ້າໃຈ ທັງເປັນການປູກຈິດສໍານຶກ, ການສ້າງຈິນຈະນາການໃໝ່ທີ່ຖືກຕ້ອງ ກ່ຽວກັບການປ້ອງກັນ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ຍັງຍົກໃຫ້ເຫັນຄວາມຮຸນແຮງຕໍ່ແມ່ຍິງ ແມ່ນໄດ້ເກີດຂຶ້ນໃນທຸກເມື່ອທຸກເວລາ, ໃນທຸກສະຖານທີ່ ໂດຍບໍ່ຈໍາແນກຊັ້ນວັນນະ, ເຊື້ອຊາດ, ສາສະໜາ, ວັດທະນະທໍາ, ຖານະໃນສັງຄົມ, ລະດັບການສຶກສາ.

         ວັນທີ 25 ພະຈິກ ໄດ້ຖືກຍົກຂຶ້ນຄັ້ງທໍາອິດໃນອາເມລິກາລາຕິນ ແລະ ໄດ້ປະກາດເປັນຄັ້ງທໍາອິດໃນກອງປະຊຸມນັກເຄື່ອນໄຫວສົ່ງເສີມທາງດ້ານສິດທິແມ່ຍິງ ໃນຂົງເຂດອາເມລິກາລາຕິນ ແລະ ຄາຣິບຽນ ເຊິ່ງຈັດຂຶ້ນໃນທີ່ນະຄອນຫຼວງ ໂບໂກຕາ ປະເທດ ໂກລົມເບຍວັນທີ 18-21 ກໍລະກົດ 1981 ເພື່ອລະນຶກວິລະກໍາຂອງສາມເອື້ອຍນ້ອງຕະກູນ ມີຣາບາ (Mirabal) ຈາກສາທາລະນະລັດໂດມີແກນ ໄດ້ຖືກລອບຄາຕະກໍາຢ່າງໂຫດຮ້າຍປ່າເຖື່ອນໃນປີ 1960. ວັນດັ່ງກ່າວໄດ້ຖືກກໍານົດເປັນວັນລະນຶກ ແລະ ອາໄລເຖິງສາມເອື້ອຍນ້ອງຕະກູນ ມີຣາບານ ເຊິ່ງທົ່ວໂລກໄດ້ຮັບຮູ້ວ່າ ເປັນວັນຕ້ານຄວາມຮຸນແຮງບົນພື້ນຖານດ້ານເພດ, ສາມເອື້ອຍນ້ອງ ໄດ້ຖືກຍົກຍ້ອງວ່າ ເປັນແມງກະເບື້ອທີ່ບໍ່ອາດຫຼົງລືມໄດ້ ແລະ ກາຍເປັນສັນຍາລັກແຫ່ງການຕໍ່ຕ້ານການຕົກເປັນເຫື່ຍອຄວາມຮຸນແຮງຂອງແມ່ຍິງ ແລະ ການຕໍ່ສູ້ຂອງປະຊາຊົນ, ການປະທ້ວງເພື່ອຮຽກຮອງສິດທິຂອງແມ່ຍິງ, ຊີວິດແຫ່ງການຕໍ່ສູ້ຂອງສາມເອື້ອຍນ້ອງໄດ້ຖືກລະນຶກເຖິງຢູ່ໃນບົດກະວີ, ບົດກອນ, ບົດເພງ ແລະ ປື້ມຕ່າງໆ, ຈາກເຫດການດັ່ງກ່າວນັ້ນ ວັນທີ 25 ພະຈິກຂອງທຸກໆປີ ໄດ້ຖືກກຳນົດເປັນວັນລະນຶກ ແລະ ໄວ້ອາໄລເຖີງສາມເອື້ອຍນ້ອງຕະກຸນ ມີຣາບານ.

        ຕໍ່ກັບບັນຫາດັ່ງກ່າວ ລັດຖະບານແຫ່ງ ສ ປ ປ ລາວ ໄດ້ມີນະໂຍບາຍ ໃນການສົ່່ງເສີມຄວາມສະເໝີພາບລະຫວ່າງຍິງ – ຊາຍ ປັດສະຈາກການຈໍາແນກແມ່ຍິງ ລວມທັງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຕໍ່ເດັກ ອັນສະແດງອອກຢ່າງຈະແຈ້ງ ໃນແນວທາງຂອງພັກ, ລັດຖະທໍາມະນູນ ແລະ ກົດໝາຍຕ່າງໆຂອງ ສ ປ ປ ລາວ, ແຜນພັດທະນາເສດຖະກິດແຫ່ງຊາດ, ແຜນຍຸດທະສາດແຫ່ງຊາດ ແລະ ແຜນງານຕ່າງໆ ກໍຄືສົນທິສັນຍາສາກົນທີ່ກ່ຽວກັບສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກ ທີ່ ສ ປ ປ ລາວ ເປັນພາຄີ.


ໃນຕອນທ້າຍ ທ່ານ ພູວົງ ພິມມະສອນ ໄດ້ຮຽກຮ້ອງມາຍັງບັນດາເອື້ອຍນ້ອງສະຫະພັນແມ່ຍິງທຸກສະຫາຍ ຈົ່ງໄດ້ຕັ້ງໜ້າພັດທະນາຕົນເອງທາງດ້ານຄວາມຮູ້ຄວາມສາມາດຂອງຕົນໃຫ້ສູງຂຶ້ນ, ກ້າຄິດ, ກ້າສະແດງອອກ ຍົກສູງລະດັບຄວາມຮູ້ຂອງຕົນເອງໃຫ້ສູງຂຶ້ນ ແລະ ພັດທະນາຄອບຄົວຂອງຕົນໃຫ້ເປັນຄອບຄົວພາສຸກອົບອຸ່ນ.

About admin11