ສິ່​ງທ້າ​ທາຍ

         ສະພາບ​ການ​ຂອງ​ໂລກ​ຍັງ​ສືບ​ຕໍ່​ຜັນ​ແປ​ໄປ​ຢ່າງ​ສັບສົນ, ການ​ເດີນ​ປະ​ທ້ວງ, ການ​ປະ ​ທະ​ດ້ວຍ​ກໍາລັງ​ອາວຸດ ການກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ ​ຢູ່​ບາງ​ປະ​ເທດ​ໃນ​ໂລກອາດຈະ ​ສົ່ງ​ຜົນ​ກະທົບ​ເຖິງ​ພາກ​ພື້ນ ​ແລະ ຈະ​ກະທົບ​ໃສ່​ປະ​ເທດ​ພວກ​ເຮົາ ​ທີ່​ມີ​ພື້ນຖານ​ເສດຖະກິດ​ອ່ອນ​ນ້ອຍ – ບອບ​ບາງ ຊຶ່ງ​ເປັນ​ສິ່ງທີ່​ຫຼີກ​ລຽງ​ບໍ່​ໄດ້.

– ຂະ​ບວນການ​ຫັນ​ເປັນ​ສາກົນ, ການ​ເຂົ້າ​ຮ່ວມ​ເຂດການຄ້າເສລີອາຊຽນ  (AFTA), ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ(AEC), ​ເຂດ​ການ​ຄ້າ​ເສລີອາ​ຊຽນ+ ສປຈີນ, ອົງການ​ການ​ຄ້າ​ໂລກ(WTO) ​ແລະອົງການ​ສາກົນ​ອື່ນໆຮຽກຮ້ອງໃຫ້​ພວກ​ເຮົາ​ຕ້ອງ​ມີ​ການ​ຫັນປ່ຽນ​ຢ່າງ​ ຕັ້ງໜ້າ​ເພື່ອ​ຍາດ​ແຍ່ງ​ໃຫ້​ໄດ້ຜົນ​ປະ​ໂຫຍ​ດສູງ​ສຸດ​ຈາກ​ການ​ເຊື່ອມ​ໂຍງ​ ເສດຖະກິດ​ສາກົນ, ຕ້ານ​ແລະຮັບ​ມື​ດ້ານ​ຫຍໍ້​ທໍ້​ຕ່າງໆ​ຈາກ​ການ​ເຊື່ອມ​ໂຍງ ​ເປັນ​ຕົ້ນຜົນ​ກະທົບ​ຕໍ່​ຄວາມ​ສາມາດ​ໃນການ​ແກ້ງ​ແຍ່ງ​ແຂ່ງຂັນ​ຂອງ​ທຸລະ​ກິດ​ ພາຍ​ໃນ​ປະ​ເທດ; ຜົນ​ກະທົບ​ຕໍ່ວັດທະນະ​ທໍາ-ສັງຄົມ ທີ່ມີ​ຄວາມ​ສ່ຽງ​ຕໍ່​ກຸ່ມ​ບອບ​ບາງ​ກວ່າ​ໝູ່​ໂດຍ​ສະ​ເພາະ​​ແມ່​ຍິງ, ​ໄວ​ໜຸ່ມແລະ​ເດັກນ້ອຍທີ່​ຈະ​ຖືກຕົວະ​ຍົວະ​ຫຼອກ​ລວງ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ ເທດທີ່​ຜິດ​ກົດໝາຍ, ຕົກ​ເປັນ​ເຫຍື່ອຈາກ​ການ​ໃຊ້​ຄວາມ​ຮຸນ​ແຮງ, ການ​ຄ້າ​ມະນຸດ, ການ​ຂູດ​ຮີດ​ແຮງ​ງານ, ກົດຂີ່ທາງ​ເພດ, ບັນຫາສິ່ງເສບຕິດ​ແລະປະກົດ​ການ​ຫຍໍ້​ທໍ້​ດ້ານ​ອື່ນໆ​ຕາມ​ມາ​ລວມເຖິງຜົນ​ກະທົບ ​ຕໍ່ສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດທີ່​ຫຼີກ​ລຽງ​ບໍ່​ ໄດ້.

-ການ​ແກ້ງ​ແຍ່ງ​ແຂ່ງຂັນ​ກັນ​ພັດທະນາ​ໂດຍ​ສະ​ເພາະ​ການ​ດຶງດູດ​ການ​ລົງ​ທຶນຂອງ ​ຕ່າງປະ​ເທດ, ການ​ຄ້າ​ເສລີ​ຢູ່​ຂົງ​ເຂດ​ກຸ່ມນີ້​ແລະຂົງ​ເຂດ​ກຸ່ມອື່ນໆ​ຂອງ​ໂລກ​ມີ​ລັກສະນະ ​ຂ້ຽວຂາດ​ແລະຊີງ​ດີ-ຊີງ​ເດັ່ນ​ກັນ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ແຕ່​ລະ​ກຸ່ມ​ແລະພັກ​ຝ່າຍ​ໂດຍ​ອີງ​ໃສ່​ອໍານາດຕໍ່​ລອງ ​ທີ່​ມີ​.

-ການປ່ຽນແປງນະໂຍບາຍທາງດ້ານເສດຖະກິດ, ການເມືອງ ຂອງປະເທດມະຫາອໍານາດແລະວິກິດການທາງດ້ານການເງິນ-ເສດຖະກິດ ມັກຈະເກີດຂຶ້ນຍ້ອນຄວາມບໍ່ສົມດຸນຂອງລະບົບການເງິນ-ເສດຖະກິດຂອງໂລກ ໃນແຕ່ລະໄລຍະຊຶ່ງຈະມີຄວາມກົດດັນແລະມີຜົນກະທົບຕໍ່ເສດຖະກິດຂອງປະເທດເຮົາ ເຊັ່ນ: ລາຄານໍ້າມັນ, ຄຸນຄ່າຂອງເງິນສະກຸນຫຼັກໆແຂງຄ່າຂຶ້ນ,ການອຸດໜຸນລາຄາສິນ​ຄ້າ​ທີ່​ຜະລິດ​ຢູ່ພາຍ​ ໃນ​ເພື່ອ​ສົ່ງ​ອອກແລະກໍາແພງທີ່ບໍ່ມີພາສີ​ເຂົ້າ-ອອກຕ່າງໆ ຈະ​ກະທົບຕໍ່ສິນຄ້າ​ແລະລາຍ​ຮັບຂອງປະເທດພວກເຮົາ.

-ການປ່ຽນແປງສະພາບດິນຟ້າອາກາດ ເປັນຕົ້ນ: ອາກາດໂລກຮ້ອນຂຶ້ນ, ລະດັບນໍ້າທະເລສູງຂຶ້ນ, ອາກາດປົນເປື້ອນສານພິດ, ພູເຂົາໄຟລະເບີດ, ໄຟໄໝ້ປ່າ, ໄພນໍ້າຖ້ວມ, ໄພແຫ້ງແລ້ງ, ແຜ່ນດິນໄຫວ,ລົມພາຍຸຮ້າຍແຮງ, ຊືນາມິແລະພະຍາດລະບາດຕ່າງໆ ໄດ້ເກີດຂຶ້ນເລື້ອຍໆຢູ່ຫຼາຍປະເທດໃນໂລກສໍາລັບປະເທດພວກເຮົາຈະເປັນສິ່ງທ້າທາຍແລະອຸປະສັກຕໍ່ການພັດທະນາເສດຖະກິດ-ສັງຄົມໃນຕໍ່ໜ້າ, ຈະ​ມີ​ຄວາມ​ຫຍຸ້ງຍາກທັງ​ເປັນ​ສິ່​ງທ້າ​ ທາຍທີ່ຈະບັນລຸຄາດໝາຍຂອງແຜນການສູ້ຊົນທີ່ໄດ້ກໍານົດໄວ້.

(Development challenges)

  • Because Bolikhamxay province shares borders with the Kingdom of Thailand and the Republic of Vietnam, criminals use the crossings for smuggling, drug trading and illegal migrants.
  • Improving people’s living standard is too slow, while their knowledge and understanding of commercial production and market links are limited. Most people whom living along the Mekhong river rely on others based on their traditional styles and quite popularize other nations.
  • The provincial economic platform is still weak, and most industries use raw materials only. Moreover, the production and distribution is not well coordinated. Most agricultural production aims only at family use, and are based on traditional practices. Applying specific techniques and high technology into commercial production in order to increase the quantity is seen less, and the quality of manpower and labour skills are low. Furthermore, uncertainly in the weather damages every year on the socio-economic development in the province.
  • Relocated villagers from government development projects and the arrival of new migrants to the province is challenging and hard to resolve.
  • International trade cooperation is limited and the province is not quite ready for full integration with the international community, partly because of limited funds, standards, commodity quality, markets, and human resources compared to other big country’s provinces.
  • Public, private and ODA funding for socio- economic development is very limited making it impossible to fully achieve the SEDP targets. At the same time, paying contactors does not happen as scheduled and causes debt accumulation.
  • Some basic infrastructure such as road, electricity, water supply and others remain insufficient. The transit service, export and import through Road No. 8A is still difficult because of the terrain and road design, even if this is the shortest distance between Thailand and Vietnam. The management and services by the relevant government officials have not been as quick as expected. In addition, the competitiveness of small and medium enterprises is insufficient. Sometimes, enforcing the laws and regulations by soldier, police and civil servants, as well as ethnic groups awareness, has seen lacked. Apart from that various social problems are incurring wider in the province.

About admin11