ຊາວໝຸ່ມເມືອງວຽງທອງ ຫວນຄືນມູນເຊື້ອຂອງການກຳເນີດ ແລະ ເຕີບໂຕ ຊາວໝຸ່ມຄົບຮອບ 67 ປີ

    ໃນວັນທີ 21 ເມສາ 2022 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາລະນຶກ ວັນສ້າງຕັ້ງ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ຂື້ນ (14 ເມສາ1955–14 ເມສາ2022) ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ປາຖະກາຖາ ເລົ່າມູນເຊື້ອຂອງ ທ່ານ ສົມໃຈ ຊົ່ງລາວ່າງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ມີເລຂາຄະນະບໍລິຫານງານຊາວໜຸ່ມເມືອງມີບັນດາເລຂາ-ຮອງເລຂາ, ຄະນະປະຈຳ, ຄະນະບໍລິຫານງານຊາວໜຸ່ມເມືອງ, ເລຂາຮາກຖານ – ໜ່ວຍຊາວໜຸ່ມ ຕະຫຼອດຮອດສະມາຊິກຊາວໜຸ່ມອ້ອມຂ້າງເມືອງເຂົ້າຮ່ວມ.

    ທ່ານ ປະທານ ໄດ້ຍົກໃຫ້ເຫັນຕະຫຼອດໄລຍະຫຼາຍຮ້ອຍປີແຫ່ງການເຕົ້າໂຮມ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດນັ້ນຊາວໜຸ່ມຈຳນວນບໍ່ໜ້ອຍໄດ້ເສຍສະຫຼະຊີວິດ ແລະເລືອດເນື້ອເພື່ອປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນແສນຮັກຂອງຕົນໄວ້, ຜ່ານຂະບວນການດັ່ງກ່າວນັ້ນໄດ້ເກີດມີບັນພະບູລຸດທີ່ມີຊື່ສຽງຫຼາຍທ່ານ ນຳພາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງສັດຕູພາຍນອກ, ໄດ້ນຳເອົາປະເທດຊາດຜ່ານພົ້ນພາຍຸລົມແດງໃນແຕ່ລະຍຸກ ແຕ່ລະສະໄໝ ແລະ ຮັກສາດິນແດນໄວ້ໄດ້ຢ່າງໝັ້ນຄົງ, ພັກປະຊາຊົນປະຕິວັດລາວໄດ້ຂະໜານນາມໃຫ້ຊາວໜຸ່ມວ່າ: “ຊາວໜຸ່ມເປັນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງປະເທດຊາດ ເປັນຜູ້ສືບທອດມູນເຊື້ອ ແລະ ວິລະກໍາປະຫວັດ ສາດທີ່ຈົ່ງຮັກພັກດີຕໍ່ພັກ” ການປາຖະກະຖາເລົ່າມູນເຊື້ອໃນຄັ້ງນີ້ ເປັນການລະນຶກເຖິງມູນເຊື້ອປະຫວັດສາດແຫ່ງການຕໍ່ສູ້ການເຕີບໃຫຍ່ຂະຫຍາຍຕົວຂອງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ທັງເປັນການປູກຈິດສຳນຶກ ແລະ ສຶກສາອົບຮົມໃຫ້ສະມາຊິກຊາວໜຸ່ມ-ໄວໜຸ່ມ-ເຍົາວະຊົນມີນ້ຳໃຈ ຮັກຊາດ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີນ້ຳໃຈຮັກຊາດ, ຮັກລະບອບໃໝ່, ມີຄວາມເອກອ້າງນະນົງໃຈຕໍ່ຄວາມເປັນລາວ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີການຂະຫຍາຍ ຕົວຮອບດ້ານ, ກຽມພ້ອມສືບທອດມູນເຊື້ອອັນພິລະອາດຫານຂອງພັກ, ຂອງຊາດ, ຕັ້ງໜ້າເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ແລະ ​ໄດ້​ຜ່ານ​ຂະ​ບວນວິວັດແຫ່ງ​ການ​ຕໍ່ສູ້​ຂອງ​ຊາວ​ໜຸ່ມ​ມາ​ເຖີງ 4 ຮຸ່ນ​ດ້ວຍ​ກັນ​ຈົນໄດ້​ຮັບ​ການ​ປົດ​ປ່ອຍປະເທດຊາດສະຖາປະນາ​ເປັນປະເທດ ສປປ ລາວ ​ຢ່າງ ອົງອາດກ້າຫານ​ມີ​ໄຊ​ມາ​ເຖີງປະຈຸ​ບັນ ແລະ ຊາວໜຸ່ມຍັງໄດ້ຮັບຂະໜານນາມ ວ່າ: ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງຈົ່ງກາຍເປັນສິນໄຊແຫ່ງຍຸກສະໄໝຕະຫຼອດໄປ ແລະ ໄດ້ປະຕິບັດຄໍາຂັວນ ທີ່ວ່າ: “ບ່ອນໃດຍາກຊາວໜຸ່ມເຮົາບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ບ່ອນໃດຊາດຕ້ອງການຊາວໜຸ່ມຂານອາສາ”. ເນື່ອງໃນໂອກາດພິທີປາຖະກະຖາເລົ່າມູນ ເຊື້ອ ວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ໃນຄັ້ງນີ້ຍັງໄດ້ມອບໃບຍ້ອງຍໍຂອງຄະນະບໍລິຫານງານ ຊປປລ ແຂວງ ໃຫ້ສະມາຊິກຊາວໝຸ່ມທີ່ມີຜົນ ງານດີເດັ່ນທີ່ປະກອບສ່ວນໃນຂະບວນການປະຕິບັດວາລະແຫ່ງຊາດຕ້ານຢາເສບຕິດ.

About admin11