ປ່າສະຫງວນແຫ່ງຊາດນ້ຳກະດິງ ຍັງມີກຸ່ມຄົນບໍ່ຫວັງດີບຸກລຸກ

     ຕອນເຊົ້າຂອງວັນທີ 22 ເມສາ 2022 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ກອງຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າກະດິງ ໄດ້ຈັດກອງປະຊຸມປຶກສາຫາລືບັນຫາການລັກລອບຕັດໄມ້ ຢູ່ເຂດພູອາວ ບ້ານຫີນໂງ່ນ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ຈາກເແຂວງ, ​ເມືອງ ແລະ ບ້ານ ເຂົ້າຮ່ວມ.

    ຈຸດປະສົງ ເພື່ອປຶກສາຫາລືກ່ຽວກັບການສະກັດກັ້ນ – ຕ້ານໄພຂົ່ມຂູ່ທີ່ເກີດຂຶ້ນຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າກະດິງ,​ ຊອກຫາວິທີທາງແກ້ໄຂ ແລະ ວາງມາດຕະການຕໍ່ກັບການລັກລອບຕັດໄມ້ແບບຜິດກົດໝາຍຢູ່ເຂດພູອາວ, ການບຸກລຸກຖາງປ່າສະຫງວນແຫ່ງຊາດນໍ້າກະດິງ, ການປ່ອຍສັດເຂົ້າໃນເຂດປ່າສະຫງວນ (ເຂດພູອາວ, ດ່ານແປກ), ການບຸກເບີກເສັ້ນທາງຂຸດຄົ້ນໄມ້ ແລະ ບັນຫາການນໍາໃຊ້ເຮືອເຂົ້າໃນເຂດປ່າສະຫງວນ ເພື່ອເຮັດໃຫ້ປ່າໄມ້ໃນເຂດສະຫງວນແຫ່ງຊາດນໍ້າກະດິງໄດ້ຮັບການຄຸ້ມຄອງຢ່າງເຂັ້ມງວດ, ເດັດຂາດ ແລະ ປົກປັກຮັກສາໃຫ້ມີຄວາມຍືນຍົງຕະຫຼອດໄປ.

About admin11