ສຳເລັດການປັບປຸງຄະນະພັກ ແລະ ອົງການປົກຄອງບ້ານຂອນຂ້ວາງ

   ກອງປະຊຸມໃຫຍ່ຄັ້ງທີ VII ຂອງສະມາຊິກພັກ ແລະ ກອງປະຊຸມໃຫຍ່ບ້ານຂອນຂ້ວາງ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຂື້ນ ແລະ ສຳເລັດລົງ ໃນວັນທີ 21 ເມສາ 2022 ຢູ່ທີ່ອາຣາມວັດຂອງບ້ານ . ພາຍໃຕ້ການເປັນປະທານຂອງ ທ່ານ ຄຳຜັນ ມະນີສອນ ເລຂາພັກບ້ານ ນາຍບ້ານຂອນຂ້ວາງ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົມພອນ ຈັນທະນາສຸກ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງປາກກະດິງ, ມີພະນັກງານກໍ່ສ້າງຮາກຖານເຂດ 1 ປາກກະດິງ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກ-ການຈັດຕັ້ງ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

  ບ້ານຂອນຂ້ວາງ ມີ 256 ຄອບຄົວ, ມີພົນລະເມືອງທັງໝົດ 1.230 ຄົນ, ຍີງ 568 ຄົນ. ໃນນັ້ນມີ ສະມາຊິກພັກ 21 ສະຫາຍ, ຍີງ 04 ສະຫາຍ. ປະຊາຊົນສ່ວນຫຼາຍມີອາຊີບທຳການຜະລິດ, ປູກຝັງ-ລ້ຽງສັດ ແລະ ຄ້າຂາຍຈຳນວນໜຶ່ງ. ໄລຍະຜ່ານມາຄະນະພັກ ແລະ ອຳນາດການປົກຄອງບ້ານໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ການຈັດຕັ້ງບ້ານ 5 ຕຳແໜ່ງງານ ແລະ ພໍ່ແມ່ປະຊາຊົນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຢ່າງຕັ້ງໜ້າ ແລະ ດຳລົງຊີວິດຕາມແນວທາງນະໂຍບາຍໃນແຕ່ລະໄລຍະ ພາຍໃຕ້ກົດໝາຍບ້ານເມືອງວາງອອກ, ເຮັດໃຫ້ພາຍໃນບ້ານມີຄວາມສະຫງົບໂດຍພື້ນຖານ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເຖິງຈະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19  ເສດຖະກິດຄອບຄົວຂອງປະຊາຊົນພາຍໃນບ້ານກໍ່ຍັງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

          ແລະ ໂດຍປະຕິບັດຕາມກົດລະບຽບກ່ຽວກັບການບໍລິຫານພັກ-ລັດ 5 ປີໃດຕ້ອງໄດ້ປັບປຸງຄະນະຊີ້ນຳຄືນໃໝ່, ກອງປະຊຸມຈຶ່ງໄດ້ດຳເນີນໄປຕາມຂັ້ນຕອນ, ເຊີ່ງຄະນະພັກ ແລະ ຄະນະບ້ານຊຸດເກົ່າໄດ້ຂື້ນກ່າວອຳລາໜ້າທີ່ ແລະ ໄດ້ມີການປ່ອນບັດຄັດເລືອກ ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເປັນເອກະພາບ ແລະ ໄດ້ມີມະຕິຕົກລົງຂອງຄະນະປະຈຳພັກເມືອງ ແລະ ຂໍ້ຕົກລົງຂອງເຈົ້າເມືອງປາກກະດິງ ວ່າດ້ວຍການແຕ່ງຕັ້ງ ຄະນະພັກ ແລະ ຄະນະບ້ານຂອນຂ້ວາງຊຸດໃໝ່. ແຕ່ງຕັ້ງທ່ານ ຈັນທາ ວົງຄຳຫານ ເປັນເລຂາພັກບ້ານ ເປັນນາຍບ້ານ, ທ່ານ ຜາຍ ເທບໄພທອງ ເປັນຮອງເລຂາ ຮອງນາຍບ້ານ ແລະ ແຕ່ງຕັ້ງທ່ານ ສົມບັດ ອະໄພໂສ ເປັນຜູ້ກວດກາໜ່ວຍພັກ ແລະ ເປັນຮອງນາຍບ້ານ ເພື່ອຊີ້ນຳ-ນຳພາຕໍ່ໄປ.

About admin11